ລົງນາມຮ່ວມມືພັດທະນາຊັບພະຍາກອນມະນຸດ

  ໃນວັນທີ 5 ທັນວາ 2019 ວິທະຍາໄລເຕັກນິກວິຊາຊີບແຂວງຄຳມ່ວນ ແລະ ບໍລິສັດໄຟຟ້ານໍ້າເທີນ 2 ຈຳກັດໄດ້ເຊັນຂໍ້ຕົກລົງຮ່ວມມືສະບັບໃໝ່ກ່ຽວກັບການພັດທະ ນາສີມືແຮງງານທ້ອງຖິ່ນແບບຍືນຍົງສຳລັບຂະແໜງໄຟຟ້າພະລັງນໍ້າພາຍຫຼັງທີ່ໄດ້ມີການຈັດຕັ້ງປະຕິບັດຕາມແຜນປະຕິບັດການພາຍໃຕ້ບົດບັນທຶກຄວາມເຂົ້າໃຈ (MOU) 

ກ່ຽວກັບການພັດທະນາຊັບພະຍາກອນມະນຸດສຳລັບຂະແໜງໄຟຟ້າພະລັງນໍ້າ 3 ປີທຳອິດ (ເດືອນ 10 ປີ 2016 ຫາ ເດືອນ 10 ປີ 2019) ໄດ້ສີ້ນສຸດລົງໃນເດືອນ ຕຸລາ ຜ່ານມາ, ເປັນກຽດລົງນາມເຊັນຂໍ້ຕົກລົງຮ່ວມມືສະບັບໃໝ່ນີ້ ໂດຍ ທ່ານ ວຽງສະຫວັນ ພັນທະວົງ ຜູ້ອຳນວຍການວິທະຍາໄລເຕັກນິກວິຊາຊີບແຂວງຄຳມ່ວນ ແລະທ່ານ ນາງ ກໍຣິນ ອາເລຊຣາ ຫົວໜ້າຝ່າຍບໍລິຫານຂອງບໍລິສັດໄຟຟ້ານໍ້າເທີນ 2 , ມີທ່ານຕາງໜ້າພະແນກສຶກສາທິການ ແລະກີລາແຂວງ, ຕະຫຼອດຮອດພະນັກງານ-ຄູ-ອາຈານ ແລະວິຊາການທັງສອງພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ.

 ພາຍໃຕ້ສັນຍາສະບັບນີ້ບໍລິສັດໄຟຟ້ານໍ້າເທີນ 2 ແລະ ວິທະຍາໄລເຕັກນິກວິຊາຊີບມີຈຸດປະສົງທີ່ຈະສືບຕໍ່ຮ່ວມມືໄລຍະຍາວເພື່ອການພັດທະນາຊັບພະຍາກອນມະນຸດສຳ ລັບຂະແໜງໄຟຟ້າພະລັງນໍ້າ,ທັງສອງຝ່າຍຈະເຮັດວຽກຮ່ວມກັນໃນຖານະເປັນຄູຮ່ວມງານກັນເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານໃນຂະແໜງໄຟຟ້າພະລັງນໍ້າໃນອານາຄົດຊຶ່ງທາງບໍລິສັດຈະໃຫ້ການສະໜັບສະໜູນ ແລະຊ່ວຍເຫຼືອທາງດ້ານເຕັກນິກ ແລະສະໜອງໂອກາດການຈ້າງງານຕາມເງື່ອນໄຂຂອງບໍລິ ສັດປະກອບມີ:ພັດທະນາ ແລະປັບປຸງຫລັກສູດການຮຽນ-ການສອນຂອງຂະແໜງໄຟຟ້າ, ຂະແໜງກົນຈັກ, ສືບຕໍ່ໃຫ້ທຶນສຶກສາໄລຍະຍາວແກ່ນັກຮຽນເປັນເວລາ 3

ປີ (2019-2021), ສືບຕໍ່ສະໜັບສະໜູນການຝຶກອົບຮົມດ້ານວິຊາການໃຫ້ແກ່ຄູ-ອາຈານ ແລະອື່ນໆ ທັງນີ້ບໍລິລິສັດມີຄວາມມຸ້ງຫວັງທີ່ຈະປະກອບສ່ວນຕໍ່ການເຕີບໃຫຍ່ຂອງ ສປປ ລາວ ແລະໂຄງການຮ່ວມມືນີ້ຈະຊ່ວຍປັບປຸງຂະບວນການຮຽນ-ການສອນຂອງວິທະຍາໄລໃຫ້ມີຄຸນນະພາບສູງຂຶ້ນ ແລະຈະສ້າງນັກຮຽນຈຳນວນ 100 ຄົນ ໃນແຕ່ລະປີສິ່ງດັ່ງກ່າວຈະຊ່ວຍເພີ່ມຈຳນວນແຮງງານທີ່ມີທັກສະ ແລະສີມືເພື່ອຕອບສະໜອງໃຫ້ແກ່ຄວາມຕ້ອງການທີ່ເພີ່ມຂຶ້ນຂອງຕະຫຼາດແຮງງານຂະແໜງໄຟ ຟ້າພະລັງນໍ້າຢູ່ແຂວງຄຳມ່ວນ ແລະທົ່ວປະເທດ.

ສະໜັບສະໜຸນໂດຍ: HONDA

  ສຳລັບການຮ່ວມມືທັງສອງຝ່າຍນັບແຕ່ປີ 2016 ເປັນຕົ້ນມາແມ່ນໄດ້ຮັບຜົນສຳເລັດຫຼາຍດ້ານໂດຍສະເພາະກໍ່ແມ່ນການປັບປຸງຫຼັກສູດໄຟຟ້າ ແລະກົນຈັກ, ການພັດ ທະນາປື້ມຄູ່ມືຂັ້ນພື້ນຖານດ້ານລະບົບ SCADA, ການຝຶກອົບຮົມດ້ານວິຊາການໃຫ້ແກ່ຄູ-ອາຈານ, ການສະໜອງທຶນການສຶກສາໄລຍະຍາວ ແລະ ສະໜັບສະໜູນການ ຝຶກງານໃຫ້ແກ່ນັກຮຽນປີສຸດທ້າຍ, ການສະໜອງອຸປະກອນການຮຽນ-ການສອນ ແລະອື່ນໆ.

---------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ