ສະຕໍເບີລີ້ ຮັກສາໂລກກະເພາະອາຫານອັກເສບ

  ໂລກກະເພາະອາຫານອັກເສບສາເຫດສ່ວນ ໃຫຍ່ເກີດມາຈາກກົດໃນກະເພາະອາຫານທີ່ມີປະລິມານສູງຫຼາຍເກີນໄປບວກກັບເຍື່ອບຸກະເພາະອາຫານທີ່ອ່ອນແອລົງ, ສຳລັບການຮັກສາໂລກກະເພາະອາຫານສາມາດຮັກສາໄດ້ດ້ວຍສະຕໍເບີລີ້ ເພາະມີນັກວິ ໃຈໃນເອີຣົບໄດ້ມີການຄົ້ນພົບປະສິດທິພາບຈາກໝາກສະຕໍເບີລີ້ ວ່າສາມາດຕໍ່ສູ້ກັບໂລກກະເພາະອາຫານໄດ້ ໂດຍໝາກສະຕໍເບີລີ້ຊ່ວຍຫຼຸດຄວາມສ່ຽງຕໍ່ການເກີດພາວະອັກເສບຂອງກະເພາະອາຫານໄດ້ເຖິງລະດັບເຊວທັງຍັງພົບວ່າໝາກສະຕໍເບີລີ້ສຸກຈະຍິ່ງສົ່ງຜົນດີຕໍ່ສູ້ກັບພາວະເກີດໂລກກະເພາະອາຫານໄດ້ເປັນຢ່າງດີ.

ນອກຈາກນີ້ການເລືອກຮັບລົດຈາກອາຫານໃນຊີວິດປະຈຳວັນຍິ່ງເປັນສິ່ງສຳຄັນຄວນຫຼີກລ່ຽງອາຫານລົດເຜັດ ຫຼື ອາຫານທີ່ຫຼາຍດ້ວຍໄຂມັນລວມເຖິງໝັ່ນກິນໝາກໄມ້ທີ່ໃຫ້ກົດຕໍ່າເຊັ່ນ:ກ້ວຍນໍ້າ,ໝາກຫຸ່ງ, ໝາກອຶເປັນຕົ້ນ.

----------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ