ນັກສຶກສາ ມຂ 40 ຄົນໄດ້ຮັບທຶນຈາກບໍລິສັດນິຄອນ ແລະອົງການໄຈກາ

  ໃນວັນທີ 6 ທັນວາ 2019 ນີ້, ມະຫາວິທະຍາໄລສະຫວັນນະເຂດ (ມຂ) ຮ່ວມກັບບໍລິສັດນິຄອນລາວ ຈໍາກັດ ແລະອົງການຮ່ວມມືສາກົນຍີ່ປຸ່ນ (JICA) ໄດ້ຈັດພິທີມອບ-ຮັບທຶນການສາສຶກປະຈໍາປີ 2019-2020 ຢູ່ທີ່ສະໂມສອນ ມຂ.ໃຫ້ກຽດເປັນປະທານຂອງ ທ່ານ ສຸລິຍົງ ໄຊໂກສີ ຮັກສາການອະທິການບໍດີ ມຂ, ທ່ານ ນາງ ມິຈິໂກະເຊກິ ຜູ້ຈັດການບໍລິສັດນິຄອນລາວຈໍາກັດ, ທ່ານ ນາງ ອາກິໂກະ ຊານາດະຜູ້ຕາງໜ້າອາວຸໂສອົງການໄຈກາປະຈໍາ ສປປ ລາວ, ມີບັນດາຄູ-ອາຈານ, ພະນັກງານທີ່ກ່ຽວຂ້ອງ ແລະນັກສຶກສາທີ່ໄດ້ຮັບທຶນໃນຄັ້ງນີ້ເຂົ້າຮ່ວມ.

ສະໜັບສະໜຸນໂດຍ: HONDA

  ສໍາລັບການມອບທຶນການສຶກສາຈາກບໍລິສັດນິຄອນ ແລະອົງການໄຈກາແມ່ນໄດ້ຈັດຂຶ້ນທຸກປີໂດຍໄດ້ມອບທຶນໃຫ້ແກ່ນັກສຶກສາທີ່ມີຜົນການຮຽນດີ, ມີຄຸນສົມບັດດີທັງນີ້ກໍ່ເພື່ອເປັນການກະຕຸ້ນໃຫ້ນັກສຶກສາແຂ່ງຂັນກັນຮໍ່າຮຽນ, ແຂ່ງຂັນກັນເຄື່ອນໄຫວວຽກງານນອກຫຼັກສູດເພື່ອຫວັງຊິງເອົາທຶນການສຶກສາພ້ອມທັງເປັນການປະກອບສ່ວນອັນໃຫຍ່ຫຼວງໃນການສ້າງຊັບພະຍາກອນມະນຸດໄປພັດທະນາປະເທດຊາດ, ແບ່ງເບົາຄ່າໃຊ້ຈ່າຍໃນການຮໍ່າຮຽນຂອງຜູ້ປົກຄອງຂອງນັກສຶກສາທັງເປັນການຊ່ວຍ ເຫຼືອຜູ້ທີ່ດ້ອຍໂອກາດຄອບຄົວທຸກຍາກ,ຊົນເຜົ່າແຕ່ຮຽນເກັ່ງອີກດ້ວຍໃນສົກສຶກສາ 2019-2020 ນີ້, ມີນັກສຶກສາທີ່ໄດ້ຮັບທຶນທັງໝົດຈໍານວນ 40 ຄົນ, ຍິງ 26 ຄົນ ຊຶ່ງເປັນນັກສຶກສານັບແຕ່ຊັ້ນປີທີ 1 ຫາປີທີ 4 ຈຳນວນຊັ້ນລະ 10 ຄົນ.

-------------------------

ພາບ ແລະຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ