ອີວີໂອ ເຄື່ອງກີລາລາວ ເຊັນສັນຍາຊຸກຍູ້ ສູນພັດທະນາບານເຕະທີ່ ສ.ເກົາຫຼີ

   ອີວີໂອ ຜະລິດຕະພັນເຄື່ອງກີລາສັນຊາດລາວໄດ້ສ້າງປະກົດການໃໝ່ໃນວົງການເຄື່ອງກີລາລາວເມື່ອເດີນໜ້າພິຊິດເປົ້າໝາຍ ຕົນເອງກໍຄືການນຳຜະລິດຕະພັນ ເຄື່ອງກີລາລາວຂອງຕົນເອງກ້າວສູ່ສາກົນຢ່າງກວ້າງຂວາງເວົ້າ ລວມ, ເວົ້າສະເພາະແມ່ນສູນພັດທະນາບານເຕະຂອງສະໂມສອນ World Cup FC ທີ່ເມືອງຊູວອນ ສາທາລະນະລັດເກົາຫຼີ.

ພິທີເຊັນສັນຍາສະໜັບສະໜູນ ສູນພັດທະນາບານເຕະ World Cup FC ຈາກເມືອງຊູວອນ ສາທາລະນະລັດເກົາຫຼີລະຫວ່າງທ່ານ ບູ້ສະໄໝບຸດທະວົງ  ຄະນະບໍລິຫານຜະລິດຕະພັນເຄື່ອງກີລາ EVO  ແລະທ່ານນຳຊໍຮໍຄູຝຶກ ແລະທ່ານ Namchul Huh ຫົວໜ້າຄູຝຶກສູນ ພັດທະນາບານເຕະ World Cup FC ໂດຍມີຄະນະທັງສອງຝ່າຍ ແລະສື່ມວນຊົນເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ບູ້ສະໄໝ ບຸດທະວົງ ຄະນະບໍລິຫານເຄື່ອງກີລາ EVO ໄດ້ໃຫ້ຮູ້ວ່າ:ການເຊັນສັນຍາການຮ່ວມມືສະໜັບສະໜູນຄັ້ງນີ້ເປັນນິມິດໝາຍອັນດີໃນການຊຸກດັນຜະລິດຕະພັນເຄື່ອງກີລາລາວກ້າວສູ່ຕ່າງປະເທດຕາມຈຸດປະສົງ,ເປົ້າໝາຍ ແລະວິໄສທັດຂອງພວກເຮົາທັງເປັນການຮ່ວມມືສະໜັບສະໜູນສູນພັດທະນາບານເຕະ World Cup FC ຂອງສາທາລະນະລັດ ເກົາຫຼີ ໃຫ້ມີຜົນງານພົ້ນເດັ່ນໃນ ການສ້າງນັກກີລາສູ່ອາຊີບ ແລະ ທີມຊາດ ແລະອີກດ້ານໜຶ່ງກໍຍັງ ເປັນການນຳຜະລິດຕະພັນເຄື່ອງກີລາທີ່ເປັນຂອງຄົນລາວກ້າວສູ່ສາກົນຢ່າງກວ້າງຂວາງຂຶ້ນເລື້ອຍໆ ໃນໂອກາດນີ້ແມ່ນຄວາມຮູ້ສຶກພາກພູມໃຈເປັນຢ່າງຍິ່ງທີ່ໄດ້ເຫັນ ຜະລິດຕະພັນຂອງຄົນລາວໂດດ ເດັ່ນໃນເວທີສາກົນ ແລະໃນຕໍ່ໜ້າກໍຈະພະຍາຍາມສືບຕໍ່ເສີມຂະຫຍາຍ ສາຍພົວພັນໃຫ້ເຕີບໃຫຍ່ຂະຫຍາຍ  ຕົວຢ່າງຕໍ່ເນື່ອງຂໍຂອບໃຈເປັນ ຢ່າງສູງມາຍັງສູນພັດທະນາບານ ເຕະ World Cup FC.

ຂະນະທີ່ທ່ານ Namchul Huh ໄດ້ໃຫ້ຮູ້ວ່າ:ເຫດຜົນໃນການເລືອກ ເອົາຜະລິດຕະພັນເຄື່ອງກີລາ EVO ຢູ່ ສປປ ລາວ ເປັນເຄື່ອງໝາຍສັນຍາລັກໃຫ້ແກ່ທີມໄດ້ນຸ່ງລົງສະໜາມແຕ່ລະນັດກໍຍ້ອນວ່າເຄື່ອງ ກີລາດັ່ງກ່າວເປັນຜະລິດຕະພັນທີ່ມີຄຸນນະພາບສູງ,ມີການອອກແບບ ທີ່ສວຍງາມແລະມີຫຼາກຫຼາຍລາຍສີໃຫ້ເລືອກອີກດ້ານໜຶ່ງກໍມີເຈດຈຳ ນົງຕ້ອງການຊ່ວຍຊຸກຍູ້ຍີ່ຫໍ້ກີລາ ລາວໃຫ້ກວ້າງຂວາງກວ່າເກົ່າສະນັ້ນຫຼັງກັບເມືອເຖິງ ສ.ເກົາຫຼີ ກໍຈະພະຍາຍາມເສີມຂະຫຍາຍໂຄສະນາ ເຄື່ອງດັ່ງກ່າວນີ້ໃຫ້ສັງຄົມ ສ.ເກົາຫຼີ ຮັບຮູ້ເພີ່ມຕື່ມ ແລະຄາດວ່າຜະ ລິດຕະພັນຂອງຄົນລາວຈະສ້າງ ຄວາມພໍໃຈໄດ້ຫຼາຍພໍສົມຄວນ.

ເນື້ອໃນສັນຍາຄັ້ງນີ້ EVO ຈະສະໜອງເຄື່ອງກີລາຄົບຊຸດໃຫ້ສູນພັດທະນາບານເຕະ World CupFC ໃນສັນຍາ 1 ປີ ໃນລາຄາສິນຄ້າຫຼຸດ 50% ປະຈຸບັນຜະລິດຕະພັນເຄື່ອງກີລາ EVO ຄອງຕະຫຼາດໃນ ສປປ ລາວ ຫຼາຍສົມຄວນເຄີຍສະໜັບສະໜູນຫຼາຍສະໂມສອນບານເຕະໃນລາວເປັນຕົ້ນກອງທັບ, ສະຫວັນຢູໄນເຕັດ ແລະເອສຣາປະຈຸບັນເປັນຜູ້ສະໜັບສະໜູນສະຫະພັນແລ່ນ-ລານແຫ່ງຊາດລວມທັງ ກີລາອີສະປອດລາວ ແລະເປຕັງ.

ສ່ວນສູນພັດທະນາບານເຕະ World Cup FC ສ້າງຕັ້ງຂຶ້ນໃນ ປີ 2004 ໄດ້ຊື່ນີ້ເນື່ອງຈາກເມືອງ ຊູວອນທີ່ຕັ້ງຂອງຕົນເອງເຄີຍເປັນ ເຈົ້າພາບຈັດແຂ່ງຂັນບານໂລກປີ 2002 ຮ່ວມກັບເມືອງອື່ນໆ ໃນສ.ເກົາຫຼີ ແລະປະເທດຍີ່ປຸ່ນເປັນ ສູນພັດທະນາບານເຕະທີ່ມີຊື່ສຽງ ແຫ່ງໜຶ່ງໃນເມືອງແຫ່ງນີ້ໂດດເດັ່ນ ໃນການສ້າງນັກເຕະຮຸ່ນອາຍຸບໍ່ ເກີນ12 ປີ ແລະ15 ປີກ້າວສູ່ລະດັບມະຫາວິທະຍາໄລ, ອາຊີບ ແລະ ທີມຊາດ.

-------------------------

ພາບ ແລະຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ