ນາງງາມອາຟຣິກາໃຕ້ຄວ້າມົງກຸດ ມິສຢູນິເວິສ 2019

 ຈົບໄປຮຽບຮ້ອຍແລ້ວສຳລັບການປະກວດນາງງາມມິສຢູນິເວິສ (Miss Universe 2019 ) ຈັດຂຶ້ນທີ່ແອດແລນຕາລັດ ຈໍເຈຍ ຂອງອາເມລິກາໃນວັນທີ 9 ທັນວາ ໂດຍມີສາວງາມຈາກທົ່ວທຸກມູມ ໂລກລວມ 90 ປະເທດເທິງ ເວທີ ຊຶ່ງສາວງາມທີ່ຄອງຕຳແໜ່ງ ນາງງາມຈັກກະວານຄວ້າມົງກຸດ ມິສຢູນິເວິສ ໄປຄອງຄື ໂຊຊິບິນີ ຕຸນຊີ ((Zozibini Tunzi)) ອາຍຸ 26 ປີ ຈາກປະເທດອາຟຣິກາໃຕ້.

ສຳລັບຮອງອັນດັບ 1 ໄດ້ແກ່ ເມດິສັນ ແອນເດີສັນ (MadisonAnderson) ອາຍຸ 24 ປີ ຈາກປະເທດເປີໂຕຣິໂກ ແລະຮອງອັນ ດັບ 2 ໄດ້ແກ່ ໂຊເຟຍ ອາຣາກອນ ອາຍຸ 25 ປີ ຈາກປະເທດເມັກຊິກ, ຊຶ່ງຄວາມພິເສດຂອງການປະກວດ ປີນີ້ປ່ຽນມົງກຸດມິສຢູນິເວີສໃໝ່ ຈາກມົງກຸດມິກິໂມໂຕ້ ເປັນມົງກຸດ ເພັດຈາກໂມອາວາດຍີ່ຫໍ້ຊື່ງດັງ ຂອງໂລກທີ່ມີປະຫວັດສາດທີ່ຍາວ ນານນັບ 120 ປີ ມົງກຸດໃໝ່ນີ້ນັບເປັນມົງກຸດອັນດັບທີ 11 ຜະລິດ ຂຶ້ນຈາກເພັດອ້ອມຮອບມົງກຸດທັງໝົດ 1.177 ເມັດ ລວມນໍ້າໝັກ 167 ກະຣັດ ປະກອບດ້ວຍເພັດ ເມັດກາງຄືເພັດສີເຫຼືອງເຈຍລະໄນເປັນຮູບ 9 ຫຼ່ຽມ ທີ່ມີນໍ້າໜັກທັງໝົດ 62,83 ກະຣັດ ຖືກຄົ້ນ ພົບໃນບໍ່ແຮ່ບອດສະວານາສ້າງ ປະຫວັດສາດເປັນມົງກຸດນາງງາມ ທີ່ມີມູນຄ່າສູງທີ່ສຸດໃນໂລກເຖິງ 5 ລ້ານໂດລາສະຫະລັດ ແລະມີລາງ ວັນອື່ນໆອີກ.

-----------------------

ພາບ ແລະຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ