ປະໂຫຍດຂອງໝາກຕາກົບ ກັບສັບພະຄຸນ ທີ່ບໍ່ຄວນພາດ

  ສຸດຍອດໝາກໄມ້ທີ່ຄວນກິນເປັນປະຈຳເພາະນອກຈາກຈະບຳລຸງຮ່າງກາຍແລ້ວຍັງສາມາດປິ່ນປົວ ແລະປ້ອງກັນພະຍາດໄດ້ຫຼາຍຊະນິດດ້ວຍປະລິມານວິຕາມິນທີ່ສູງໝາກຕາກົບຊ່ວຍແກ້ການອ່ອນເພຍ,ບັນເທົາອາການໂຕເຫຼືອງ,ປິ່ນປົວມ້າມໃຫຍ່,ແກ້ການປຸ້ນທ້ອງ,ບໍາລຸງກະດູກ, ຊ່ວຍດູດຊຶມຄໍເລັດສະເຕີ້ຣອນ, ຊ່ວຍຫຼຸດຄວາມສ່ຽງໃນການເປັນມະເຮັງ ລໍາໄສ້ ແລະຊ່ວຍປ້ອງກັນບໍ່ໃຫ້ເສັ້ນເລືອດສະໝອງ ແຕກ.

ນອກຈາກໝາກແລ້ວ,ສ່ວນອື່ນໆໃນຕົ້ນຕາກົບເຊັ່ນ:ໃບ, ລຳ, ເປືອກ ແລະຮາກຍັງມີປະໂຫຍດເປັນຢາອີກດ້ວຍຄື:ຮາກກິນແກ້ໄຂ່ຫຼັງອັກເສບ,ເປືອກ ລຳຕົ້ນ:ນຳໄປຕາກແຫ້ງ, ບົດໃຫ້ມຸ່ນແລ້ວນຳມາ ຊົງນໍ້າກິນແກ້ສຽງແຫ້ງ ຫຼື ສາມາດອົມເປືອກສົດເພື່ອຫຼຸດອາການເຈັບຄໍ,ນໍ້າຢາງຈາກລຳຕົ້ນ ແລະໃບສົດ ສາມາດກິນເປັນຢາແກ້ໄຂ້, ແກ້ປວດອັກເສບ, ແກ້ໄອ, ແກ້ເຈັບທ້ອງ ແລະຊ່ວຍຍ່ອຍອາຫານ.

-----------------------

ພາບ ແລະຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ