ສະຫາຍ ປະສົງສິນ ຈະເລີນສຸກ ເປັນເລຂາຄະນະບໍລິຫານງານພັກເມືອງອຸທຸມພອນ

  ກອງປະຊຸມໃຫຍ່ອົງຄະນະພັກເມືອງອຸທຸມພອນສະໄໝທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມໃນວັນທີ 6 ທັນວາ 2019 ທີ່ສະໂມສອນຫຼັງໃໝ່ຂອງເມືອງໂດຍການເຂົ້າຮ່ວມຂອງ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກຮອງເລຂາຄະນະບໍລິຫານງານພັກແຂວງຮອງເຈົ້າແຂວງສະຫວັນນະເຂດ, ສະ ຫາຍ ທອງທ່ຽງ ສີດາວົງ ກຳມະການປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາສະຫາຍຜູ້ແທນສົມບູນຈຳນວນ 153 ສະຫາຍ, ຍິງ 18 ສະຫາຍ ເຂົ້າ ຮ່ວມນຳ.

  ຕະຫຼອດໄລຍະຂອງການດຳເນີນກອງປະຊຸມບັນດາຜູ້ແທນທີ່ເຂົ້າຮ່ວມໃນກອງປະຊຸມແມ່ນໄດ້ພ້ອມກັນສຸມທຸກສະຕິປັນຍາປະກອບຄຳຄິດຄຳເຫັນ ແລະ ລົງປະຊາມະຕິຮັບຮອງເອົາບົດລາຍງານການເມືອງທັງສອງພາກ ແລະ ແຜນພັດທະນາເສດຖະກິດ-ສັງ ຄົມຂອງເມືອງ 5 ປີຕໍ່ໜ້າ 2020- 2024 ຢ່າງເປັນທາງການນອກນັ້ນໃນກອງປະຊຸມບັນດາຜູ້ແທນສົມບູນກໍຍັງໄດ້ເປັນເອກະພາບກັນໃຊ້ສິດປະຊາທິປະໄຕອັນເຕັມສ່ວນເພື່ອປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ບົນພື້ນ ຖານຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກຳນົດ, ໂດຍມີຜູ້ລົງສະໝັກທັງໝົດ 31 ສະຫາຍ, ຍິງ 9 ສະຫາຍ, ເລືອກເອົາ 25 ສະຫາຍຜ່ານການປ່ອນບັດລົງຄະແນນສຽງຈາກຜູ້ແທນສົມບູນ ແລະ ກອງປະຊຸມຄັ້ງປະຖົມມະລຶກໄດ້ຕົກລົງເຫັນດີເປັນເອກະພາບເລືອກເອົາ ສະຫາຍ ປະສົງສິນ ຈະເລີນສຸກ ເປັນເລຂາຄະນະບໍລິ ຫານງານພັກເມືອງອຸທຸມພອນຊຸດໃໝ່, ເລືອກເອົາສະຫາຍ ສົມສີ ໄຊຍະລາດ ເປັນຮອງເລຂາທັງເປັນປະທານກວດກາພັກເມືອງ, ເລືອກເອົາ ສະຫາຍ ຈິນດາວັນ ບຸດ ລາສີ ເປັນຮອງເລຂາພັກເມືອງ, ເລືອກເອົາສະຫາຍ ໂພໄຊ ອິນທະວົງສາ, ສະຫາຍນາງ ລຳທອງ ຈັນທະແສງ, ສະຫາຍ ອຸ່ນແກ້ວ ວົງສາຄອນ ແລະ ສະຫາຍ ພັນໂທ ບຸນເດັດ ແສນລາດ ເປັນຄະນະປະຈຳພັກເມືອງ, ສ່ວນອີກ 18 ສະ ຫາຍ, ຍິງ 5 ສະຫາຍ ເປັນກຳມະການພັກເມືອງ.

ສະໜັບສະໜຸນໂດຍ: HONDA

 ໂອກາດເຂົ້າຮ່ວມກອງປະຊຸມ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກຮອງເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ກໍ່ໄດ້ມີຄຳເຫັນໂອ້ ລົມຕໍ່ອົງຄະນະພັກເມືອງອຸທຸມພອນຊຸດໃໝ່ສະໄໝທີ VIII ຈົ່ງພ້ອມກັນຖືເອົາວຽກງານການສຶກສາອົບຮົມການເມືອງແນວຄິດຂອງພັກ, ວຽກກໍ່ສ້າງ ແລະ ວຽກງານປັບປຸງພັກບົນພື້ນຖານໜ້າທີ່ການເມືອງຂອງພັກໃນແຕ່ລະໄລຍະ,ຄະນະພັກແຕ່ລະຂັ້ນຕ້ອງເປັນເສນາທິການທາງດ້ານການເມືອງ-ແນວຄິດທີ່ມີປະດິດສ້າງ,ມີພິກໄຫວ, ປັບປຸງກົງຈັກການຈັດຕັ້ງທຸກຂັ້ນໃຫ້ໜັກແໜ້ນເຂັ້ມແຂງ ແລະ ກະທັດຮັດ, ເພີ່ມທະວີການພົວພັນຮ່ວມມືກັບບັນດາອົງການທີ່ເຮັດວຽກງານການເມືອງ-ແນວຄິດຂອງບັນດາປະເທດເພື່ອນມິດໂດຍສະເພາະປະເທດເພື່ອນມິດຍຸດທະສາດ,ປະກອບສ່ວນສ້າງສະຕິເປັນເຈົ້າໃນການເຊື່ອມໂຍງພາກພື້ນແລະສາກົນບົນພື້ນຖານແນວທາງການຕ່າງປະເທດຂອງພັກເຮົາ.

------------------

ໜັງສືພີມເສດຖະກິດ-ສັງຄົມ