ຮ່ວມກັນພັດທະນາຫຼັກສູດສ້າງຄູປະຖົມສຶກສາ ແລະການປະເມີນຜົນ

  ວັນທີ 9 ທັນວາ 2019 ທີ່ຫ້ອງປະຊຸມສູນຝຶກອົບຮົມແນວ ລາວສ້າງຊາດກະຊວງສຶກສາທິ ການ ແລະກີລາຮ່ວມກັບແຜນງານ ບີຄວາ ຈັດກອງປະຊຸມພັດທະນາຫຼັກສູດສ້າງຄູປະຖົມສ້າງຄູປະຖົມ ສຶກສາ-ການປະເມີນຜົນ ໂດຍເປັນ ກຽດເຂົ້າຮ່ວມຂອງທ່ານ ຄໍາໃບ ຄໍາສີ ຮອງຫົວໜ້າກົມສ້າງຄູກະຊວງສຶກສາທິການ ແລະກີລາ, ທ່ານ ນາງ ຄໍລິນວິຊ ຜູ້ບໍລິຫານ ວຽກງານການສຶກສາແຜນງານບີ ຄວາ, ທ່ານ ບຸນໄຊ ຈັນສີນາ ຮອງ ຜູ້ອໍານວຍການສະຖາບັນຜູ້ບໍລິ ຫານການສຶກສາທັງເປັນຜູ້ອໍານວຍ ການສູນພັດທະນາຄູ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວແມ່ນຈັດ ຂຶ້ນເພື່ອສ້າງທັກສະ ແລະຄວາມ ເຂົ້າໃຈທີ່ຈຳເປັນໃນການອອກແບບ ການປະເມີນສະຫຼຸບຜົນການຮຽນ ທີ່ຈຳເປັນເພື່ອໃຫ້ສອດຄ່ອງກັບຜົນສຳເລັດທາງດ້ານການຮຽນຮູ້ ແລະມາດຕະຖານການສອນ, ໂດຍຜ່ານຫຼາຍໆວາລະສົນທະນາກັນໃນກອງ ປະຊຸມຊຶ່ງນຳພາໂດຍທີມງານຂອງ ແຜນງານບີຄວາ, ສ້າງຄວາມເຂັ້ມ ແຂງທາງດ້ານຄວາມຮູ້ ແລະທັກສະສຳລັບຫຼາຍປະເພດທີ່ແຕກຕ່າງ ກັນຂອງການປະເມີນເພື່ອສະຫຼຸບຜົນການຮຽນໃຫ້ແກ່ຜູ້ເຂົ້າຮ່ວມ, ນັບທັງການສອບເສັງ, ການຂຽນ ບົດຄວາມ, ການນຳສະເໜີ ແລະ ສະສົມຜົນງານ, ຊຶ່ງຮ່າງການປະເມີນແຕ່ລະວິຊາຂອງພາກຮຽນທີ  1 - ປີທີ 1 ຈະສຳເລັດສຳລັບນັກ ສຶກສາຄູປີທີ 1 ໃນວິທະຍາໄລຄູທັງ 8 ແຫ່ງເພື່ອມາເຂົ້າຮ່ວມການສອບ ເສັງໃນເດືອນມັງກອນ 2020.

ສໍາລັບຫຼັກສູດສ້າງຄູປະຖົມສຶກສາປະກອບມີ 9 ລາຍວິຊາຂອງ ຫຼັກສູດຊັ້ນປະຖົມສຶກສາ ແລະ8 ວິຊາທີ່ກ່ຽວຂ້ອງກັບວິຊາຊີບຄູ, ລວມທັງປະສົບການໃນໂຮງຮຽນ ແລະການລົງຝຶກຫັດວິຊາຊີບ, ລາຍວິຊາທີ່ໄດ້ມີການຈັດກຸ່ມຄືນເພື່ອ ໃຫ້ສອດຄ່ອງກັບຫຼັກສູດຊັ້ນປະຖົມ ສຶກສາສະບັບປັບປຸງໃໝ່ເຊັ່ນວ່າ: ວິຊາເຄມີສາດ, ວິຊາຊີວະສາດ ແລະວິຊາຟີຊິກສາດໄດ້ຮວບຮວມເຂົ້າເປັນ “ວິຊາວິທະຍາສາດ  ແລະ ສິ່ງແວດລ້ອມ, ນອກຈາກນັ້ນຍັງມີວິຊາອື່ນທີ່ໄດ້ເພີ່ມເຂົ້າໃນຫຼັກສູດເຊັ່ນວ່າ “ພາບລວມຂອງຫຼັກສູດ ຊັ້ນປະຖົມສຶກສາ” ແລະ“ພາສາ ລາວສຳລັບເດັກນ້ອຍຊົນເຜົ່າ” ແລະວິຊາທີ່ເນັ້ນໜັກພິເສດແມ່ນ “ການສຶກສາຮຽນຮ່ວມ” ໃນປະຈຸບັນການປ່ຽນແປງຫຼັກແມ່ນລາຍວິຊາໃນໂຮງຮຽນຊັ້ນປະຖົມທີ່ໄດ້ສອນໃນຮູບແບບບຸລະນາການ, ແຕ່ລະວິຊາປະກອບມີຂໍ້ມູນກ່ຽວກັບວິຊານັ້ນໆ, ຂໍ້ມູນກ່ຽວກັບຫຼັກ ສູດຊັ້ນປະຖົມສຶກສາສະບັບປັບປຸງ ໃໝ່ ແລະເປົ້າໝາຍຫຼັກສູດສຳລັບ ວິຊານີ້ ແລະຂໍ້ມູນກ່ຽວກັບວິທີທີ່ ເດັກນ້ອຍຈະຮຽນຮູ້, ຈຸດສຸມທີ່ເນັ້ນ ໜັກໃສ່ແມ່ນກ່ຽວກັບເນື້ອໃນຄວາມຮູ້ກ່ຽວກັບວິຊາຄູ ແລະວິທີການ ສອນບໍ່ພຽງແຕ່ກ່ຽວກັບ “ສິ່ງທີ່ຈະສອນ” ເທົ່ານັ້ນແຕ່ຍັງແມ່ນ “ວິທີ  ການສອນນຳອີກ”, ຊຶ່ງໃນເດືອນ ກັນຍາ 2019 ກໍໄດ້ເລີ່ມຈັດຕັ້ງ ການຮຽນ-ການສອນຫຼັກສູດຊັ້ນ ປະຖົມສຶກສາສະບັບປັບປຸງໃໝ່ໃນຊັ້ນປະຖົມສຶກສາປີທີ 1 ໃນຂອບ ເຂດທົ່ວປະເທດ.

-----------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ