ທ່ານເຄີຍຮູ້ ຫຼືບໍ່ ໝາກແຄ້ງໜ່ວຍນ້ອຍໆ ມີປະໂຫຍດມະຫາສານ

ໝາກແຄ້ງ ຄົນສ່ວນຫຼາຍນິຍົມນໍາມາປະກອບອາຫານເຊັ່ນ: ລາບ, ເອາະ, ແກງຕ່າງໆ ແຕ່ທ່ານເຄີຍຮູ້ ຫຼືບໍ່ວ່າໝາກແຄ້ງໜ່ວຍນ້ອຍໆນີ້ມີປະໂຫຍດຢ່າງມະຫາສານ, ຊຶ່ງກໍມີການວິໄຈອອກມາແລ້ວວ່າສາມາດຮັກສາພະຍາດໄດ້ອີກດ້ວຍ. ເນື່ອງຈາກໝາກແຄ້ງຊ່ວຍຫຼຸດລະດັບນໍ້າຕານໃນເລືອດຂອງຜູ້ເປັນພະຍາດເບົາຫວານມີສ່ວນຊ່ວຍຫຼຸດອະນຸມູນອິດສະຫຼະມີເສັ້ນໃຍທີ່ຊ່ວຍດູດຊຶມໄຂມັນສ່ວນເກີນໄດ້ດີຫຼາຍເຮັດໃຫ້ໝາກແຄ້ງສາມາດຮັກສາພະຍາດຕ່າງໆໄດ້.

 ສະໜັບສະໜຸນໂດຍ: HONDA

 ໂດຍສະເພາະຜູ້ປ່ວຍເປັນພະຍາດເບົາຫວານເພາະສານເພກຕິນໃນໝາກແຄ້ງຊ່ວຍຄວບຄຸມລະດັບນໍ້າຕານໃນຜູ້ເປັນພະຍາດເບົາຫວານໂດຍສານນີ້ຈະມີໜ້າທີ່ຊ່ວຍເຄືອບຜິວໃນລໍາໄສ້ໄດ້ຊ້າຈຶ່ງດູດຊຶມແປ້ງ ແລະນໍ້າຕານທີ່ຍ່ອຍແລ້ວໄດ້ຊ້າລົງເຮັດໃຫ້ລະດັບຂອງນໍ້າຕານໃນເລືອດຄົງທີ່, ນອກນັ້ນໝາກແຄ້ງຍັງຊ່ວຍຮັກສາພະຍາດໄຂມັນອຸດຕັນໃນ ເສັ້ນເລືອດ: ໝາກແຄ້ງມີກຸ່ມສາຣທໍໂວໄຊ ທີ່ຊ່ວຍຫຼຸດລະດັບຄໍເລສເຕີຣໍໃນກະແສເລືອດໄດ້ລວມທັງຢັບຢັ້ງການດູດຊຶມຄືນຂອງຄໍເລສເຕີຣໍໃນລໍາໄສ້ໄດ້ຈຶ່ງອາດຊ່ວຍປ້ອງກັນພະຍາດໄຂມັນອຸດຕັນໃນເສັ້ນເລືອດໄດ້ອີກທາງໜຶ່ງ.

 -------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ