ບ້ານດອນໃໝ່ ເສດຖະກິດຂະຫຍາຍຕົວປະຊາຊົນມີລາຍຮັບເພີ່ມຂຶ້ນ

  ເມື່ອບໍ່ດົນມານີ້ທີ່ຫ້ອງປະຊຸມບ້ານດອນໃໝ່ເມືອງໄຊຍະບູລີໄດ້ຈັດກອງປະຊຸມຮັບຮອງແຜນພັດທະນາບ້ານດອນໃໝ່ ເມືອງໄຊຍະບູລີ ປະຈຳປີ 2020  ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນແທນ ທີແກ້ວ ເຈົ້າເມືອງໄຊຍະບູລີ, ມີທ່ານ ນາງ ປັ່ນໂສພາ ເລຂາໜ່ວຍພັກນາຍບ້ານດອນໃໜ່, ມີຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານວິຊາການ, ອົງການປົກຄອງບ້ານຕະຫຼອດຮອດພໍ່ແມ່ປະຊາຊົນບ້ານດັ່ງກ່າວເຂົ້າຮ່ວມ.

  ທ່ານ ນາງ ປັ່ນໂສພາ ນາຍບ້ານດອນໃໝ່ໄດ້ຂຶ້ນກ່າວເປີດກອງປະຊຸມພ້ອມທັງຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານສົກປີ 2019 ແລະ ທິດທາງແຜນການປີ 2020 ວ່າ: ບ້ານດອນໃໝ່ຕັ້ງຢູ່ໃຈກາງເທສະບານເມືອງໄຊຍະບູລີ,ປະກອບມີ 5 ໜ່ວຍງານ ແລະ 15 ຕໍາແໜ່ງງານ,ໄດ້ຈັດຕັ້ງເປັນ 30 ໜ່ວຍຜະ ລິດ, ມີ 317 ຄອບຄົວ, ພົນລະເມືອງທີ່ມີໜ້າຕົວຈິງ 1.755 ຄົນ,ຍິງ 895ຄົນ,ຈໍານວນຄົນທີ່ມີໜ້າຕາມສໍາມະໂນຄົວ 1.698 ຄົນ, ຍິງ 841 ຄົນ; ປະກອບມີ 6 ເຜົ່າຄື: ເຜົ່າລາວ, ເຜົ່າອິ່ວມ່ຽນ, ເຜົ່າມົ້ງ, ເຜົ່າໄທດຳ, ເຜົ່າກຶມມຸ ແລະເຜົ່າລື້,ອາຊີບຕົ້ນຕໍຂອງຄົວເຮືອນເຮັດວຽກກະສິກໍາ 88 ຄອບຄົວ, ເຮັດວຽກການຄ້າ ແລະ ບໍລິການ 99 ຄອບຄົວ, ເຮັດວຽກອຸດສາຫະກຳ-ຫັດຖະກຳ 10 ຄອບຄົວ ແລະພະນັກງານ 120 ຄອບຄົວ.

ສະໜັບສະໜຸນໂດຍ: HONDA

  ໃນສົກປີ 2019 ທົ່ວບ້ານສາມາດສ້າງລາຍຮັບໄດ້ 38,7 ຕື້ກີບ, ສະເລ່ຍ 22 ລ້ານກີບຕໍ່ຄົນຕໍ່ປີເທົ່າກັບ 2.760 ໂດລາຕໍ່ຄົນຕໍ່ປີທຽບໃສ່ປີຜ່ານມາເພີ່ມຂຶ້ນ 285 ໂດລາ,ເຫັນວ່າການສ້າງເສດຖະກິດຂອງບ້ານແມ່ນມີທ່າຂະຫຍາຍຕົວ,ແຫຼ່ງລາຍຮັບພື້ນຖານຂອງບ້ານຮັບຈາກກະສິກໍາ 2,6 ຕື້ກີບ,ຄ້າຂາຍ 6,3 ຕື້ກີບ, ອຸດສາຫະ ກຳ ແລະ ຫັດຖະກຳ 400 ລ້ານກີບ, ຮັບຈາກເງິນເດືອນ, ບໍລິການ ແລະ ອື່ນໆ 29,3 ຕື້ກີບ, ທົ່ວບ້ານມີເນື້ອທີ່ປູກເຂົ້າທັງໝົດ 162 ເຮັກຕາ, ເນື້ອທີ່ເກັບກ່ຽວ 146 ເຮັກ ຕາຜົນຜະລິດເຂົ້າໄດ້ 133ໂຕນ, ສະເລ່ຍສະມັດຕະພາບ 4 ໂຕນຕໍ່ເຮັກຕາສະເລ່ຍໃສ່ຫົວຄົນໜຶ່ງໄດ້ 76 ກິໂລຕໍ່ຄົນຕໍ່ປີ, ການປູກພືດອຸດສາຫະກຳລະດູແລ້ງ ແລະ ລະດູຝົນມີເນື້ອທີ່ທັງໝົດ 5 ເຮັກຕາສາມາດກັບກ່ຽວຜົນຜະລິດໄດ້ 26 ໂຕນ, ພ້ອມນີ້ປະຊາຊົນຍັງໄດ້ສຸມໃສ່ການລ້ຽງສັດແບບຄອບຄົວ ແລະລ້ຽງຕາມທົ່ງຫຍ້າທີ່ຈັດສັນແລ້ວນັ້ນ, ໂດຍມີງົວ 845 ໂຕ, ຄວາຍ 99 ໂຕ, ໝູ 369 ໂຕ, ແບ້ 73 ໂຕ, ສັດປີກ 16.677 ໂຕ, ໜອງປາ 72 ໜອງ, ປ່ອຍປາແລ້ວ 1,81 ແສນ ໂຕ ແລະກົບ 3.750 ໂຕ.

ສຳລັບປີ 2019 ໄດ້ຮັບຕົວເລກມອບເໝົາເກັບລາຍຮັບເຂົ້າງົບປະມານຂອງລັດ 39 ລ້ານກີບ, ມາຮອດປະຈຸບັນສາມາດປະຕິບັດໄດ້ 38 ລ້ານກວ່າກີບ ເທົ່າກັບ 98%, ຍັງບໍ່ບັນລຸ 2% ເທົ່າກັບ 7 ແສນ ກວ່າກີບ, ຜ່ານການເກັບກຳຂໍ້ມູນເບື້ອງຕົ້ນຕາມ 6 ມາດຖານພົ້ນທຸກຕາມດຳລັດ 348/ລບ ໃນຕົ້ນປີ 2019 ມີຄອບຄົວທີ່ບັນລຸຕາມມາດຕະຖານພົ້ນທຸກ 304 ຄອບຄົວເທົ່າກັບ 98,06%, ຍັງບໍ່ບັນລຸ 6 ຄອບຄົວ ແຕ່ຜ່ານການປະເມີນທົດລອງຕົວຈິງເຫັນວ່າມີ 299 ຄອບຄົວທີ່ບັນລຸຕາມມາດຖານພົ້ນທຸกເທົ່າກັບ 94,32%, ຍັງ 18 ຄອບຄົວ ເທົ່າກັບ 5,67%, ຄອບຄົວທີ່ບັນລຸຕາມ 8 ມາດຕະຖານພັດ ທະນາ 11 ເນື້ອໃນ 19 ຕົວຊີ້ບອກບັນລຸ 283 ຄອບຄົວ ເທົ່າກັບ 89,27%, ຍັງບໍ່ບັນລຸ 34 ຄອບຄົວ ເທົ່າກັບ 10,73%, ປະເມີນບ້ານພັດທະນາຕາມ 88 ຕົວຊີ້ ບອກບັນລຸ 86 ຕົວຊີ້ບອກເທົ່າກັບ 97,73%, ຍັງບໍ່ທັນບັນລຸ 2 ຕົວຊີ້ ບອກເທົ່າກັບ 2,27%.

  ສ່ວນທິດທາງແຜນການ 2020 ສືບຕໍ່ຍົກລະດັບຄວາມຮັບຮູ້, ຄວາມສາມາດໃນການກໍາແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດໃຫ້ແກ່ອົງ ການປົກຄອງບ້ານດ້ວຍຮູບການນໍາພາຈັດຕັ້ງການຄົ້ນຄວ້າ, ເຊື່ອມຊືມຢ່າງເປັນລະບົບຕໍ່ເນື່ອງໄປພ້ອມກັບການຝຶກອົບຮົມ, ບໍາລຸງສິດໜ້າ ທີ່, ລະບອບແບບແຜນວິທີເຮັດວຽກ, ການສະຫຼຸບລາຍງານໃຫ້ທຸກຂະແໜງການພາຍໃນບ້ານເພື່ອໃຫ້ສາມາດຂຶ້ນແຜນວຽກແຕ່ລະເດືອນ, ງວດ, 6 ເດືອນ, 9 ເດືອນ ແລະ ໝົດປີ, ມີການນໍາພາການຈັດຕັ້ງປະຕິບັດໄປຕາມແຜນທີ່ກໍານົດໄວ້; ຫຼຸດຜ່ອນຄວາມແຕກໂຕນລະຫວ່າງຜູ້ທຸກ ແລະ ຜູ້ຮັ່ງ, ຫຼຸດຜ່ອນບັນຫາຂໍ້ຂັດແຍ່ງຢູ່ພາຍໃນຄອບຄົວ, ພາຍໃນບ້ານສ້າງໃຫ້ບ້ານສາມາດສືບຕໍ່ຮັກສາມູນເຊື້ອນາມມະຍົດຕ່າງໆຂອງບ້ານໃຫ້ຍືນຍົງ.

------------------

ໜັງສືພີມເສດຖະກິດ-ສັງຄົມ