ພຽງດື່ມມື້ 3 ຈອກຕໍ່ວັນຊ່ວຍປ້ອງກັນເສັ້ນເລືອດອຸດຕັນລະລາຍໄຂມັນສະສົມໃນເສັ້ນເລືອດ

  ສາເຫດຫຼັກຂອງເສັ້ນເລືອດອຸດຕັນເຫດເພາະວິທີການດໍາເນີນຊີວິດທີ່ບໍ່ດີສຸຂະພາບທີ່ບໍ່ແຂງແຮງ, ບໍລິໂພກອາຫານທີ່ເຕັມໄປດ້ວຍໄຂມັນຊຶ່ງເຮັດໃຫ້ເກີດການສະສົມໃນເສັ້ນເລືອດເຄື່ອງດື່ມທີ່ມີປະສິດທິພາບຈອກນີ້ຊ່ວຍປ້ອງກັນເສັ້ນເລືອດອຸດຕັນໄດ້ຢ່າງໜ້າພໍໃຈຫຼັງຈາກທີ່ດື່ມພຽງໜຶ່ງຈອກສຸຂະພາບຈະດີຂຶ້ນ.

 ສິ່ງທີ່ຕ້ອງກຽມ:

  1. ນໍ້າໝາກເລັ່ນ ¼ ຖ້ວຍ.
  2. ນໍ້າໝາກນາວຄັ້ນສົດ ¼ ຖ້ວຍ.
  3. ໝາກເຜັດ ຫຼືພິກໄທ ½ ບ່ວງຊາ.
  4. ຂີງບົດ 1 ບ່ວງ.
  5. ຜັກເຊີນາລີ 2 ກ້ານ.

ວິທີເຮັດ: ນໍາເອົາສ່ວນປະສົມທຸກຢ່າງລົງໃນເຄື່ອງປັ່ນໆໃຫ້ເຂົ້າກັນ ແລະດື່ມເຄື່ອງດື່ມນີ້ຫຼັງອາຫານດື່ມ 3 ຈອກຕໍ່ວັນ.

-----------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ