ປະກາດສູນຝຶກວິຊາຊີບນໍ້າຖ້ວມ ເປັນໂຮງຮຽນເຕັກນິກວິຊາຊີບນໍ້າບາກ

  ເມື່ອວັນທີ 9 ທັນວາ ຜ່ານມາ ທີ່ເມືອງນໍ້າບາກ ແຂວງຫຼວງ ພະບາງ ໄດ້ມີພິທີປະກາດສູນຝຶກອົບຮົມ-ວິຊາຊີບນໍ້າຖ້ວມແຂວງ ຫຼວງພະບາງ ປະກາດເປັນໂຮງ ຮຽນເຕັກນິກ-ວິຊາຊີບແບບປະສົມນໍ້າບາກພ້ອມທັງປະກາດການຈັດຕັ້ງໃໝ່ຫຼາຍຕຳແໜ່ງ ໂດຍການເປັນປະທານ ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການແລະກີລາ, ທ່ານ ໜູພັນອຸດສາ ຫົວໜ້າກົມອາຊີວະສຶກສາຊັ້ນສູງກະຊວງສຶກສາທິການ ແລະກີລາ, ທ່ານ ເອິງ ລໍສະຫວັນ ຫົວໜ້າພະແນກສຶກສາທິການ ແລະກີ ລາແຂວງ, ມີທ່ານ ເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າ-ຮອງການວິທະຍາໄລອ້ອມຂ້າງບັນດາ ແຂວງ, ການນຳຂອງແຂວງ, ເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ອ້ອມຂ້າງ, ພະນັກງານຄູ-ອາຈານ,ນັກຮຽນ-ນັກສຶກສາ ແລະແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອຳພອນ ສີປະເສີດ ຮອງ ຫົວໜ້າຂະແໜງຈັດຕັ້ງພະນັກງານ ພະແນກສຶກສາທິການ ແລະກີລາ ແຂວງໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີກະຊວງສຶກສາທິການ ແລະກີລາວ່າດ້ວຍການຍົກລະດັບສູນຝຶກອົບຮົມວິຊາຊີບນໍ້າຖ້ວມຂຶ້ນ ເປັນໂຮງຮຽນເຕັກນິກ-ວິຊາຊີບ ແບບປະສົມນໍ້າບາກ ແຂວງຫຼວງພະບາງ ແລະຜ່ານຂໍ້ຕົກລົງຂອງ ທ່ານເຈົ້າແຂວງຫຼວງພະບາງວ່າດ້ວຍການແຕ່ງຕັ້ງທ່ານວິລະພົງສີບຸນເຮືອງ ເປັນຜູ້ອຳນວຍການ ໂຮງຮຽນເຕັກນິກ-ວິຊາຊີບແບບ ປະສົມນໍ້າບາກ ເມືອງນໍ້າບາກ ແຂວງຫຼວງພະບາງ, ແຕ່ງຕັ້ງທ່ານ ສຸດດາ ປັນຍາທອງ ແລະທ່ານ ຫຸມ ແພງ ກອນປະຈິດ ເປັນຮອງຜູ້ອຳ ນວຍການໂຮງຮຽນເຕັກນິກ-ວິຊາ ຊີບແບບປະສົມນໍ້າບາກ ແຂວງ ຫຼວງພະບາງ.

ພ້ອມນີ້ທ່ານຜູ້ອໍານວຍການ ໂຮງຮຽນໄດ້ກ່າວລາຍງານໃຫ້ຮູ້ ວ່າ: ເລີ່ມແຕ່ວັນທີ 11 ທັນວາ 2018 ຫາ ວັນທີ 25 ມີນາ 2019 ມີພະນັກງານລັດຖະກອນທັງໝົດ 16 ຄົນ, ຍິງ 2 ຄົນ, ອາສາສະ ໝັກ 7 ຄົນ, ຍິງ 2 ຄົນລວມທັງ  ໝົດ 23 ຄົນ, ຍິງ 4 ຄົນ, ມີນັກ ຮຽນທັງໝົດ 280 ຄົນ, ຍິງ 38 ຄົນ ມາເຖິງວັນທີ 18 ກຸມພາ 2019 ໄດ້ມີຂໍ້ຕົກລົງຈາກລັດຖະມົນຕີກະຊວງສຶກສາທິການ ແລະ ກີລາວ່າດ້ວຍການຍົກຍ້າຍພະນັກ ງານລັດຖະກອນຄູຈຳນວນ 22 ທ່ານຈາກວິທະຍາໄລເຕັກນິກວິ ຊາຊີບແຂວງຫຼວງພະບາງ ໄປໃຫ້ ຂຶ້ນກັບພະແນກສຶກສາທິການ ແລະ ກີລາແຂວງຫຼວງພະບາງ ປະຈຸບັນພາຍໃນໂຮງຮຽນມີພະນັກງານ ລັດຖະກອນສົມບູນ 24 ຄົນ, ຍິງ 3 ຄົນ, ລັດຖະກອນໃໝ່ 2 ຄົນ, ຍິງ 1 ຄົນ, ອາສາສະໝັກ 6 ຄົນ,ຍິງ 3 ຄົນ ລວມທັງໝົດ 32 ຄົນ, ຍິງ 6 ຄົນ, ມີນັກຮຽນທັງໝົດ 314 ຄົນ, ຍິງ 69 ຄົນ, ພາຍໃນ ໂຮງຮຽນປະກອບມີ 4 ສາຂາວິ ຊາຮຽນຄື: ສາຂາຊ່າງສ້ອມແປງ ລົດຍົນ, ສາຂາຊ່າງໄຟຟ້າເຕັກນິກ, ສາຂາການບັນຊີ ແລະສາຂາການ ປຸງແຕ່ງອາຫານ-ການບໍລິການ.

  ໂອກາດນີ້ທ່ານ ກອງສີ ແສງ ມະນີ ຍັງໄດ້ຮຽກຮ້ອງມາຍັງຜູ້ອໍາ ນວຍການ, ຄະນະນຳຂອງໂຮງ ຮຽນຈົ່ງໄດ້ພ້ອມກັນຈັດຕັ້ງປະຕິ ບັດວຽກງານດັ່ງກ່າວຕາມພາລະບົດບາດ, ກຳແໜ້ນແນວທາງຂອງ ພັກ-ລັດກໍ່ຄືວຽກງານຂອງຂັ້ນເທິງ ວາງໄວ້, ຈັດຕັ້ງປະຕິບັດຕາມແຜນ ງານໂດຍຖືເອົາວຽກງານການສຶກສາອົບຮົມແນວຄິດ-ການເມືອງໃຫ້ພະນັກງານຄູອາຈານ,ນັກຮຽນ-ນັກສຶກສາຕິດພັນກັບການພັດທະນາເສດຖະກິດສັງຄົມ,ແນໃສ່ການສຶກສາໃຫ້ມີຄຸນນະພາບ, ເອົາໃຈໃສ່ສົ່ງເສີມການສິດສອນຂອງຄູໃຫ້ມີຄວາມກ້າວໜ້າປະກອບສ່ວນສ້າງເສດຖະກິດຄອບຄົວຂອງຕົນກໍ່ຄືສັງຄົມໃຫ້ນັບມື້ດີຂຶ້ນພ້ອມກັນຕ້ານສະກັດກັ້ນທຸກປະກົດການຫຍໍ້ທໍ້ ແລະເປັນແບບຢ່າງນຳໜ້າທີ່ດີໃຫ້ແກ່ຄູ-ອາຈານ, ນັກຮຽນ-ນັກສຶກສາ ແລະທຸກຄົນ ໃນສັງຄົມ.

----------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ