ອາເມລິກາເລື່ອນເກັບພາສີສິນຄ້າຈີນ 1,6 ຮ້ອຍຕື້ໂດລາ

  ອາເມລິກາ ແລະ ສປ ຈີນ ເດີນໜ້າເຈລະຈາຍຸຕິສົງຄາມການຄ້າຕໍ່ຄາດວ່າຈະເລື່ອນກຳນົດຂຶ້ນພາສີສິນຄ້າຈີນມູນຄ່າລວມ 1,6 ຮ້ອຍຕື້ໂດລາສະຫະລັດ ອອກໄປຈາກກຳນົດເດີມທີ່ເລີ່ມບັງຄັບໃຊ້ໃນວັນທີ 15 ທັນວາທີ່ຈະມາເຖິງນີ້.

 ຕາມຂ່າວຕ່າງປະເທດລາຍງານວ່າທາງການອາເມລິກາ ແລະຈີນຈະເລື່ອນມາດຕະການຂຶ້ນພາສີສິນຄານໍາເຂົ້າຈາກຈີນມູນຄ່າ 1,6 ຮ້ອຍຕື້ອອກໄປຊຶ່ງຕາມກຳນົດເດີມຈະເລີ່ມໃນວັນທີ 15 ທັນວາ ນີ້ທ່າມກາງຄວາມພະຍາຍາມຂອງທັງ 2 ປະເທດທີ່ຕ້ອງການເດີນໜ້າເຈລະຈາເພື່ອຍຸຕິຂໍ້ພິພາດທາງການຄ້າທີ່ແກ່ຍາວມາດົນ, ຊຶ່ງການເຈລະຈາລະຫວ່າງສອງປະເທດມະຫາອຳນາດທາງເສດຖະກິດກຳລັງຢູ່ໃນຂັ້ນຕອນການວາງຮາກຖານສຳຄັນທຸກຢ່າງໃຫ້ພ້ອມເພື່ອນໍາໄປສູ່ການຢຸດເກັບພາສີສິນຄ້າຈາກຈີນມູນຄ່າ 160 ຕື້ໂດລາ ເພີ່ມຂຶ້ນອີກ 15% ໂດຍທັງສອງປະເທດພະຍາຍາມທີ່ຈະກູ້ແຜນການເຈລະຈາຂັ້ນທຳອິດຄືນຫຼັງຈາກທີ່ກ່ອນໜ້ານີ້ບໍ່ສາມາດຕົກລົງກັນໄດ້, ຄວາມເຄື່ອນໄຫວຄັ້ງນີ້ສົ່ງຜົນດີຕໍ່ພາບລວມຕະຫຼາດຮຸ້ນໃນອາເມລິກາເພາະທີ່ຜ່ານມາທຸກຝ່າຍຕ່າງກັງວົນວ່າເມື່ອມາດຕະການຂຶ້ນພາສີສິນຄ້ານໍາເຂົ້າຈາກຈີນຖືກບັງຄັບໃຊ້ຢ່າງເປັນທາງການຜູ້ທີ່ຈະໄດ້ຮັບຜົນກະທົບໜັກສຸດຈະບໍ່ແມ່ນພຽງແຕ່ທຸລະກິດຈີນເທົ່ານັ້ນແຕ່ຈະລວມເຖິງຜູ້ຜະລິດ ແລະຜູ້ບໍລິໂພກໃນອາເມລິກາອີກດ້ວຍ.

  ເຖິງແມ່ນວ່າໃນຕອນນີ້ຈະຍັງບໍ່ເປັນທີ່ແນ່ນອນວ່າມາດຕະການເລື່ອນຂຶ້ນພາສີສິນຄ້າຈີນຈະມີໄລຍະຍາວນານພຽງໃດແຕ່ຢ່າງໜ້ອຍກໍສ້າງຄວາມຜ່ອນຄາຍໃຫ້້ກັບສະ ພາວະຄວາມເຄັ່ງຕຶງລະຫວ່າງຂະແໜງທຸລະກິດທັງ 2 ປະເທດໄດ້ໂດຍສະເພາະຜູ້ຜະລິດ ແລະ ຈັດຈຳໜ່າຍສິນຄ້າປະເພດເສື້ອຜ້າ, ໂທລະສັບ, ຄອມພີວເຕີ, ແລັບ ທອບ ແລະເຄື່ອງຫຼິ້ນເດັກນ້ອຍ.  

___________


ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ