ສູດເດັດຫຼຸດຄວາມອ້ວນທັນໃຈ ເພາະກິນໝາກໄມ້ ແລະຜັກຕໍ່ໄປນີ້

    ສາຍເຫດຂອງຄວາມອ້ວນບໍ່ແມ່ນພຽງແຕ່ ເກີດມາຈາກການບໍ່ອອກກໍາລັງກາຍເທົ່ານັ້ນແຕ່ຍັງເກີດຈາກໂຮໂມນທີ່ບໍ່ສົມດຸນ ແລະນິໃສການກິນທີ່ບໍ່ຖືກຕ້ອງ, ສະນັ້ນເຊື່ອໄດ້ເລີຍວ່າສາວໆຫຼາຍຄົນຄົງກຳລັງສັນຫາວິທີຫຼຸດນໍ້າໜັກໃຫ້ໄດ້ຜົນດີີທີ່ສຸດບາງຄົນເຖິງຂັ້ນຍອມອົດເຂົ້າອົດນໍ້າບໍ່ກິນຫຍັງເລີຍຈັກຢ່າງເພື່ອໃຫ້ສ່ວນເກີນຫຼຸດລົງບາງຄົນກໍອາໄສ ກິນແຕ່ຜັກໝາກໄມ້ຢ່າງດຽວ ຊຶ່ງສາລະພັດພວກນີ້ ອາດຈະໄດ້ຜົນໃນໄລຍະທຳອິດແຕ່ຫຼັງຈາກເວລາ ຜ່ານໄປໄລຍະໜຶ່ງລຳໄສ້ຂອງເຮົາກໍຈະເລີ່ມເຮັດວຽກໄດ້ບໍ່ປົກກະຕິ ເພາະສະນັ້ນການຫຼຸດນໍ້າໜັກທີ່ດີຈະຕ້ອງກິນອາຫານທີ່ມີປະໂຫຍດຄອບຄູ່ໄປກັບການ ອອກກຳລັງກາຍດ້ວຍ ແລະອີກໜຶ່ງປັດໄຈທີ່ສຳຄັນກໍ ຄືການກິນໝາກໄມ້ທີ່ມີສ່ວນຊ່ວຍໃນການຂັບຖ່າຍນັ້ນເອງມາເບິ່ງດີກວ່າວ່າໝາກໄມ້ທີ່ຖືວ່າເປັນຮາຊິນີແຫ່ງການຫຼຸດນໍ້າໜັກນັ້ນຄືໝາກໄມ້ຊະນິດໃດດ້ວຍມາເບິ່ງເລີຍ.

 ສ່ວນປະສົມ:

  1. ໝາກແຕງ 1 ໜ່ວຍ.
  2. ຜັກເຊີລາລີ 1 ຕົ້ນ.
  3. ຂິງ 1 ຫົວ.
  4. ໝາກນາວ ຫຼື ໝາກກ້ຽງ 1 ໜ່ວຍ.
  5. ນໍ້າຜັກຊີຝຣັ່ງ 1 ຈອກ.

ວິທີເຮັດ: ນໍາເອົາສ່ວນປະສົມທັງໝົດລົງໃສ່ໃນ ເຄື່ອງປັ່ນໝາກໄມ້, ປັ່ນສ່ວນປະສົມທັງໝົດໃຫ້ເຂົ້າກັນ ແລະສາມາດດຶ່ມໄດ້ທັນທີ.

--------------

ພາບ ແລະຂ່າວ ຈາກ: ໜັງສືພິມເສຖະກິດ-ສັງຄົມ