ໃບສີດາ ຊ່ວຍປິ່ນປົວພະຍາດ ພູມແພ້ຜິວໜັງໄດ້

  ໃບສີດາມີປະໂຫຍດຫຼາຍ ກວ່າໝາກສີດາ ມັນເຕັມໄປດ້ວຍ ສານຕ້ານອະນຸມູນອິດສະຫຼະ ແລະ ສານອາຫານຈາກພືດຊ່ວຍຕ້ານ ມະເຮັງ ແລະທຳລາຍສານອະນຸມູນ ອິດສະຫຼະໃນຮ່າງກາຍໃບສີດາ ໃນການປິ່ນປົວພະຍາດພູມແພ້ຜິວ ໜັງຫຼຸດຮອຍແດງ ແລະການລະຄາຍເຄືອງທີ່ເກີດຈາກບັນຫານີ້ນອກຈາກນີ້ມັນຍັງມີຄຸນສົມບັດປ້ອງກັນອາການແພ້ ແລະປ້ອງກັນ ການສ້າງຮີດຕາມີນສານເຄມີທີ່ຖືກປ່ອຍອອກມາຈາກຮ່າງກາຍເປັນສ່ວນໜຶ່ງຂອງການແພ້ທີ່ກໍ່ໃຫ້ເກີດ ອາການຄັນ,ຈາມ ແລະບວມໄດ້.ນອກຈາກນີ້ມັນຍັງມີປະໂຫຍດຢ່າງຫຼວງຫຼາຍໃນການບຳລຸງຜິວ ເຊັ່ນ: ການກຳຈັດຮອຍຫ່ຽວ, ຮັກສາສິວຊ່ວຍໃຫ້ຈຸດດ່າງດຳໃຫ້ຈາງ ລົງ.

ວິທີນໍາໃຊ້: ໂດຍນໍາໃບສີດາອົບ ແຫ້ງໃສ່ລົງໄປໃນອ່າງນໍ້າອຸ່ນຫຼັງ ຈາກນັ້ນລົງໄປແຊ່ໂຕໄວ້ປະມານ 10-15 ນາທີ ມັນມີປະສິດທິພາບ ຊ່ວຍບັນເທົາອາການຄັນ ແລະຮອຍ ແດງຊ່ວຍເຮັດໃຫ້ການລະຄາຍ ເຄືອງຫຼຸດລົງ.

------------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ