ພະຍາດອະຫິວາໝູລະບາດໜັກໃນອິນໂດເນເຊຍ

 ເຈົ້າໜ້າທີ່ອິນໂດເນເຊຍເປີດເຜີຍໃນວັນທີ 15 ທັນວາວ່າ ມີໝູລົ້ມຕາຍຫຼາຍກວ່າ 27 ພັນໂຕ ແລະອີກຫຼາຍພັນໂຕຕົກຢູ່ໃນຄວາມສ່ຽງຈາກການລະບາດຂອງພະຍາດອະຫິວາໝູໃນແຂວງສຸມານຕາເໜືອເທິງເກາະສຸມານຕາຂອງອິນໂດເນເຊຍ.

  ຕາມຂ່າວຕ່າງປະເທດລາຍງານວ່າ ທ່ານ ອາກຸສເຕີຍ ຫົວໜ້າສຳນັກງານສັດຕະວະແພດເມືອງເມດານເປີດເຜີຍວ່າມີໝູລົ້ມຕາຍໃນຫຼາຍສິບເມືອງທົ່ວແຂວງສຸມານຕາເໜືອໃນໄລຍະ 3 ເດືອນທີ່ຜ່ານມາ ແລະອັດຕາການຕາຍສູງຂຶ້ນເລື້ອຍໆ ໂດຍສະເລ່ຍປະມານ1.000-2.000 ໂຕຕໍ່ວັນ ຢ່າງໃດກໍຕາມໝູທີ່ຕາຍຍັງນັບວ່າເປັນສ່ວນໜ້ອຍເມື່ອທຽບກັບຈຳນວນໝູປະມານ 1,2 ລ້ານໂຕ ທີ່ລ້ຽງໃນແຂວງສຸມານຕາເໜືອຊຶ່ງປະຊາກອນສ່ວນໃຫຍ່ນັບຖືສາດສະໜາຄຣິສ ແລະ ບໍລິໂພກຊີ້ນໝູເປັນໜຶ່ງໃນອາຫານຫຼັກຂະນະທີ່ປະຊາກອນສ່ວນໃຫຍ່ທົ່ວອິນໂດເນເຊຍເປັນຊາວມຸດສະລິມ.

  ທ່ານ ອາກຸສເຕີຍ ເປີດເຜີຍຕື່ມວ່າ ເດືອນທີ່ຜ່ານມາໝູທີ່ຕາຍດ້ວຍພະຍາດອະຫິວາຫຼາຍກວ່າ 1.000 ໂຕ ຖືກຝັງໃນດິນທີ່ແຂວງສຸມານຕາເໜືອ.

 -------------------

ພາບ ແລະຂ່າວຈາກ:-ໜັງສືພິມເສດຖະກິດ-ສັງຄົມ