ອາເມລິກາກຽມຂຶ້ນພາສີນໍາເຂົ້າສິນຄ້າອີຢູ100%

   ອາເມລິກາກຽມຂຶ້ນພາສີນໍາເຂົ້າສິນຄ້າ ຈາກສະຫະພາບເອີຣົບ (ອີຢູ) ໃນອັດຕາທີ່ສູງ ເຖິງ 100% ເພື່ອໂຕ້ຕອບກໍລະນີພິພາກເງິນອຸດ ໜູນແອບັສ.

ຕາມຂ່າວຕ່າງປະເທດລາຍງານວ່າ ເຈົ້າໜ້າທີ່ດ້ານການຄ້າຂອງອາເມລິກາກຳລັງພິຈາລະນາທີ່ຈະເກັບພາສີນໍາເຂົ້າສິນຄ້າຈາກອີຢູໃນອັດຕາສູງເຖິງ 100% ເຊັ່ນ: ເຫຼົ້າ, ຊີສ ແລະອື່ນໆ, ໂດຍສຳນັກງານຜູ້ແທນການຄ້າອາເມລິກາ ໄດ້ເປີດເຜີຍລາຍການສິນຄ້າຂອງອີຢູຫຼາຍຮ້ອຍລາຍການທີ່ອາເມລິກາຈະເກັບພາສີນໍາເຂົ້າ ເພີ່ມຕື່ມນອກຈາກເຫຼົ້າ ແລະຊິສ ຊຶ່ງສິນຄ້າທີ່ຈະຖືກເກັບພາສີນໍາເຂົ້າເພີ່ມນັ້ນລວມມີວາຍ, ຊີ້ນ ສັດ, ອາຫານທະເລ ແລະເຮລິກອບແຕ ທີ່ບໍ່ໄດ້ ໃຊ້ໃນດ້ານການທະຫານ, ຄວາມເຄື່ອນໄຫວດັ່ງກ່າວຂອງອາເມລິກາເປັນຜົນມາຈາກຄວາມຂັດແຍ້ງລະຫວ່າງອາເມລິກາ ແລະອີຢູ ກ່ຽວກັບ ກໍລະນີເງິນອຸດໜູນໃຫ້ກັບບໍລິສັດແອບັສຂອງ ຝຣັ່ງ ຊຶ່ງສົ່ງຜົນກະທົບຕໍ່ໂບອິ້ງທີ່ເປັນບໍລິສັດ ຄູ່ແຂ່ງສັນຊາດອາເມລິກາໃນການຜະລິດເຮືອບິນ, ໃນເດືອນຕຸລາທີ່ຜ່ານມາອາເມລິກາໄດ້ ກຳນົດພາສີນໍາເຂົ້າໃນອັດຕາ 10% ສໍາລັບເຮືອ ບິນການຄ້າຂະໜາດໃຫຍ່ ແລະ 25% ສໍາລັບສິນຄ້າກະສິກຳຈາກເອີຣົບແຕ່ທ້າຍອາທິດທີ່ຜ່ານມາ ອາເມລິກາພິຈາລະນາທີ່ຈະປັບຂຶ້ນອັດຕາ ພາສີ ດັ່ງກ່າວເປັນ 100% ແລະເພີ່ມຈຳນວນ ລາຍການສິນຄ້າຈາກເອີຣົບທີ່ຈະຕ້ອງເກັບພາສີນໍາເຂົ້າ.

ຢ່າງໃດກໍຕາມ ໃນວັນທີ 4 ທັນວາທີ່ຜ່ານມາ ຜູ້ນໍາອາເມລິກາກໍໄດ້ຂູ່ຈະເກັບພາສີນໍາເຂົ້າສິນຄ້າຂອງຝຣັ່ງໃນອັດຕາ 100% ເພື່ອໂຕ້ຕອບ ທີ່ຝຣັ່ງສັ່ງເກັບພາສີ ດິຈິຕອລ ໃນອັດຕາ 3% ໂດຍມີເປົ້າໝາຍໄປທີ່ບໍລິສັດເຕັກໂນໂລຊີຂະໜາດໃຫຍ່ຂອງອາເມລິກາເຊັ່ນ: ອາເມຊອນ ແລະເຟຊບຸກ ຊຶ່ງສຳນັກງານຜູ້ແທນການຄ້າອາເມລິກາລະບຸວ່າ ເປັນການເລືອກປະຕິບັດ.

------------------

ພາບ ແລະຂ່າວຈາກ:-ໜັງສືພິມເສດຖະກິດ-ສັງຄົມ