ເຕະບານມິດຕະພາບສະຫຼອງວັນຊາດ ຄົບຮອບ 44 ປີ

 ທີມສູນໂຄສະນາຂ່າວສານ ການສຶກສາ ແລະກີລາ,ສະຖາບັນ ຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະກີລາ ສະເໝີກັບທີມກົມຕຳຫຼວດຈະລາ ຈອນ,ກະຊວງປ້ອງກັນຄວາມສະຫງົບ 5-5 ປະຕູ ໃນການແຂ່ງຂັນເຕະບານມິດຕະພາບນັດພິເສດເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ-ຂອງຊາດ ໂດຍສະເພາະແມ່ນວັນ ຊາດ ຄົບຮອບ 44 ປີ ແລະວັນຄ້າຍ ວັນເກີດທ່ານປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປະຊາຊົນລາວທັງຊາດຄົບ ຮອບ 99 ປີ ໃຫ້ມີບັນຍາກາດຟົດ ຟື້ນ, ເບີກບານມ່ວນຊື່ນ ແລະມີ ຄວາມໝາຍສຳຄັນຍິ່ງໆຂຶ້ນ.

ການແຂ່ງຂັນກີລາບານເຕະມິດຕະພາບຄັ້ງນີ້ໄດ້ມີຂຶ້ນເມື່ອຕອນແລງວັນທີ 13 ທັນວາ ຜ່ານມາ ທີ່ສະໜາມກີລາຫຍ້າທຽມວິກຕໍຣີ ບ້ານທ່າພະລານໄຊ ເມືອງສີສັດ ຕະນາກ ນະຄອນຫຼວງວຽງຈັນ, ໂດຍມີທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການສູນໂຄສະນາ ຂ່າວສານການສຶກສາ ແລະກີລາ,ສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາ,ກະຊວງສຶກສາທິການ ແລະກີລາ ແລະທ່ານ ພັນໂທ ຄຳສອນ ສີດາວົງ ຫົວໜ້າກົມຕຳຫຼວດ ຈະລາຈອນ,ກະຊວງປ້ອງກັນຄວາມສະຫງົບພ້ອມດ້ວຍພະນັກ ງານ, ວິຊາການ, ກອງເຊຍ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຜ່ານການແຂ່ງຂັນຕະຫຼອດ  60 ນາທີ ຜົນປະກົດວ່າທັງ 2 ທີມ ບໍ່ສາມາດເອົາຊະນະກັນໄດ້ສະເໝີ 5-5 ປະຕູ ຊຶ່ງໃນການແຂ່ງຂັນ ແມ່ນເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະເບີກບານມ່ວນຊື່ນ,ນັກກີລາທັງ 2 ຝ່າຍແຂ່ງຂັນດ້ວຍຄວາມ ມີນໍ້າໃຈ, ມີໄມຕີຈິດມິດຕະພາບ,ຮູ້ໄດ້ຮູ້ເສຍ ແລະຮູ້ໃຫ້ອະໄພເຊິ່ງ ກັນ ແລະກັນເມື່ອມີການປະທະກັນ ສົມກັບວ່າແຂ່ງຂັນກີລາເພື່ອມິດຕະພາບຢ່າງແທ້ຈິງ, ການແຂ່ງຂັນກີ ລາຄັ້ງນີ້ນອກຈາກເປັນການສ້າງຂະບວນການສະເຫຼີມສະຫຼອງວັນຊາດ ຄົບຮອບ 44 ປີ ແລະວັນ ຄ້າຍວັນເກີດທ່ານປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວທັງຊາດ ຄົບຮອບ 99 ປີ ແລ້ວຍັງເປັນການຜູກແໜ້ນຄວາມສາມັກຄີຮັກແພງເຊິ່ງກັນ ແລະກັນລະຫວ່າງອ້າຍ ນ້ອງພະນັກງານທັງ 2 ພາກສ່ວນ ໃຫ້ມີຄວາມສະໜິດສະໜົມ ແລະ ໃກ້ຊິດຕິດແທດກັນຫຼາຍຂຶ້ນ.

-------------------------

ພາບ ແລະຂ່າວຈາກໜັງ: ສືພິມເສດຖະກິດ-ສັງຄົມ