ທະນາຄານພັດທະນາລາວ ສາຂາປາກເຊຍົກສູງຄຸນນະພາບສິນເຊື່ອ

   ສະຫາຍ ບຸນເພັງ ສຸຣິນສັກ ເລຂາໜ່ວຍພັກ-ຫົວໜ້າທະນາຄານພັດທະນາລາວສາຂາປາກເຊ (ທພລ-ປຊ) ແຂວງຈໍາປາສັກໄດ້ແຈ້ງໃຫ້ຮູ້ວ່າ: ໜ່ວຍພັກພວກເຮົາ ຂຶ້ນກັບຄະນະພັກຮາກຖານສາຂາທະນາຄານ, ປະກອບມີສະມາຊິກພັກ 55 ສະຫາຍ ໃນນີ້ມີສະມາຊິກພັກສົມບູນ 45 ສະຫາຍ ທຽບໃສ່ພະນັກງານທັງໝົດກວມ 67 % ຊຶ່ງໃນຜ່ານມາໜ່ວຍພັກໄດ້ຕັ້ງໜ້າປັບປຸງ, ກໍ່ສ້າງພັກ-ພະນັກງານໃຫ້ມີຄວາມເຂັ້ມແຂງ ແລະໜັກແໜ້ນດ້ານການນໍາພາໂດຍຖືເອົາການສືກສາອົບຮົມການເມືອງ -ແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານເປັນຕົ້ນຕໍ, ເອົາການຕິດຕາມກວດກາການປະຕິບັດໜ້າທີ່ຂອງສະມາຊິກພັກ-ພະນັກງານເປັນສໍາຄັນ; ພ້ອມນັ້ນຍັງໄດ້ຂະຫຍາຍພັກ, ປ້ອງກັນພັກ ແລະກໍ່ສ້າງມະຫາຊົນໃຫ້ມີຄວາມກ້າວໜ້າເຂົ້າເປັນສະມາຊິກພັກ; ປະຈຸບັນ, ທພລ-ປຊ ມີສະມາຊິກກໍາມະບານ 82 ສະຫາຍ, ຊາວ ໜຸ່ມ 32 ສະຫາຍ ແລະ ສະມາຊິກສະຫະພັນແມ່ຍິງ 35 ສະຫາຍ.

  ຕະຫຼອດໄລຍະໜຶ່ງປີຜ່ານມາ, ຄະນະໜ່ວຍພັກ ແລະສະມາຊິກພັກໄດ້ຢຶດໝັ້ນ ແລະປະຕິບັດຢ່າງເຂັ້ມງວດ 5 ຫຼັກການ, 3 ທິດນຳໃນການກໍ່ສ້າງ ແລະປັບປຸງພັກ, ແຕ່ລະເດືອນໄດ້ດຳເນີນຊີວີດການເມືອງຂອງໜ່ວຍພັກເພື່ອສະຫຼຸບການຊີ້ນຳ-ນຳພາໂດຍມີການສຳຫຼວດກວດກາເພື່ອຮັບປະກັນໃຫ້ສະມາຊິກພັກ ມີສະຕິເຄົາລົບ ແລະ ປະຕິບັດກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດຢ່າງເຂັ້ມງວດ, ເປັນແບບຢ່າງທີ່ດີໃນການເຄື່ອນໄຫວ, ບໍ່ມີປາກົດການຫຍໍ້ທໍ້ຢູ່ພາຍໃນໜ່ວຍພັກ ຫຼື ຖ້າມີກໍ່ເດັດຂາດແກ້ໄຂໃຫ້ທັນການ, ນອກນັ້ນຍັງໄດ້ຕີລາຄາຄຸນນະພາບຂອງສະມາຊິກພັກ ແລະໜ່ວຍພັກເປັນປົກກະຕິ, ປະຕິບັດການຍ້ອງຍໍສະມາຊິກພັກຜູ້ດີເດັ່ນ, ຂະຫຍາຍມະຫາຊົນເຂົ້າພັກໂດຍປະຕິບັດຖືກຕ້ອງຕາມມາດຕະຖານ, ເງື່ອນໄຂ, ບາດກ້າວ, ຂັ້ນຕອນຂອງການຂະຫຍາຍພັກຢ່າງເຂັ້ມງວດ ແລະໄດ້ສ້າງມະຫາ ຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ 6 ສະຫາຍ, ຍິງ4 ສະຫາຍ.

  ຄະນະໜ່ວຍພັກ-ສະມາຊິກພັກປະຕິບັດຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ, ການຄົ້ນຄວ້າຕົກລົງບັນຫາສຳຄັນຍຸດທະສາດຕ້ອງເປັນໝູ່ຄະນະ, ປະຕິບັດຕາມມະຕິ, ກົດລະບຽບຂອງພັກ ແລະກົດໝາຍຂອງລັດ, ເຮັດວຽກມີແຜນການ, ມີການຊຸກຍູ້ຕິດ ຕາມ, ກວດກາ ແລະ ສະ ຫຼຸບປະເມີນຜົນ, ປະຕິບັດລະບອບປະຊຸມ ແລະລາຍສ່ອງແສງເປັນປົກກະຕິ, ປະສານສົມທົບລະຫວ່າງການນຳພາຂອງພັກກັບການເສີມຂະຫຍາຍບົດບາດ, ໜ້າທີ່, ສິດ , ການຄຸ້ມຄອງຂອງອົງການປົກຄອງ ແລະຄວາມເປັນເຈົ້າການຂອງອົງການຈັດຕັ້ງມະຫາຊົນ, ຢຶດໝັ້ນ ແລະເສີມຂະຫຍາຍແບບແຜນນຳພາທີ່ເປັນມູນເຊື້ອອັນດີງາມຂອງພັກ, ແບບແຜນນໍາພາຕິດແທດຮາກຖານຕິດແທດກັບຕົວຈິງ, ເປັນເຈົ້າການຕ້ານພະຍາດອາຍາສິດ, ເອກະຊົນ, ສໍ້ລາດບັງຫຼວງ ແລະເຮັດວຽກແບບຜິວເຜີນ.

  ຄະນະໜ່ວຍພັກ-ສະມາຊິກພັກໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະ, ເມື່ອທຽບໃສ່ແຜນການປີ 2019 ທີ່ສໍານັກງານໃຫຍ່ມອບໃຫ້ສາມາດລະດົມເງິນຝາກໃນໄລຍະນີ້ເນັ້ນໃສ່ເງິນຝາກກະແສລາຍວັນດ້ວຍການນໍາໃຊ້ຜະລິດຕະພັນໃໝ່ຄື: ເດີນຕະຫຼາດ, ເຂົ້າຫາລູກຄ້າກຸ່ມເປົ້າໝາຍໃຫ້ຮັບຮູ້ຢ່າງກວ້າງຂວາງພ້ອມທັງສົມ ທົບກັບພະນັກງານຂະແໜງ IT ຈັດຕັ້ງປະຕິບັດໃນການຕິດຕັ້ງ ແລະ ເປີດໃຫ້ລູກຄ້ານໍາໃຊ້ສາມາດປະຕິບັດເປັນຕົວເລກເມື່ອທຽບໃສ່ເດືອນກັນຍາ 2019 ເພີ່ມຂຶ້ນ 2,04% ທຽບໃສ່ທ້າຍປີ  2018 ເພີ່ມຂຶ້ນ 5% ເມື່ອທຽບໃສ່ແຜນການປີ 2019 ປະຕິບັດໄດ້ 104%.

 ທົ່ວສາຂາມີຕູ້ AT M ທັງໝົດ 15 ໜ່ວຍ, ມີຈໍານວນລູກຄ້ານໍາໃຊ້ຜະລິດຕະພັນໃໝ່ຮອດທ້າຍເດືອນຕຸລາ 2019 ມີບັດ ATM card 9.038 ບັດ, MOBILE Banking (LDB Trust) 1.206 ຄົນ, EDC 910 ລາຍການ, ມີ 22 ເຄື່ອງ, Trus Pay, LDB QR Code 156 ຮ້ານ, ປະກັນໄພ 195 ລາຍ ການ, Western Union 9.306 ລາຍການ, Easy tax 990 ລາຍການ, ເງິນຜ່ານການຊຳລະສະສາງ 31,1 ຕື້ກີບ, ສໍາລັບການນໍາໃຊ້ທຶນ, ທພລ ສາຂາປາກເຊ ໄດ້ຖືເອົາການເກັບກູ້ໜີ້ສິນເປັນບູລິມະສິດ, ໄດ້ປ່ອຍໃຫ້ລູກຄ້າເກົ່າໂດຍຜ່ານສໍານັກງານໃຫຍ່ ແລະ ຍັງສາມາດຍາດໄດ້ຜົນສໍາເລັດອື່ນໆຈໍານວນໜຶ່ງ.

 ສະຫາຍເລຂາໜ່ວຍພັກ ທພລ-ປຊ ໄດ້ກ່າວເຖິງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນປີ 2020 ວ່າ: ຮັບປະກັນໃຫ້ຖັນແຖວສະມາຊິກພັກ- ພະນັກງານມີຄວາມຮັບຮູ້-ເຊື່ອມຊຶມແນວທາງນະໂຍບາຍຂອງພັກ,ກົດລະບຽບຂອງພັກ,ກົດໝາຍຂອງລັດມີທັດສະນະການເມືອງທີ່ໜັກແໜ້ນ,ນໍາເອົາຄວາມຮູ້-ຄວາມສາມາດສົມຄູ່ກັບການເມືອງໃນແຕ່ລະໄລຍະ, ສ້າງໃຫ້ໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ເພີ່ມທະວີຄວາມສາມັກຄີເປັນເປັນປຶກແຜ່ນ ແລະ ມີຄວາມເປັນເອກະພາບພາຍໃນພັກ, ຍົກສູງຄວາມສາມາດນຳພາໃນທຸກຂົງເຂດວຽກງານ, ຮັບປະກັນການຈັດຕັ້ງ, ການເຄື່ອນໄຫວຂອງບັນດາອົງການຈັດຕັ້ງມະຫາຊົນໄດ້ຮັບການປັບປຸງມີປະສິດທິພາບສູງ; ບຳລຸງກໍ່ສ້າງສະມາຊິກພັກ-ພະນັກງານໃຫ້ຮັບປະກັນດ້ານປະລິມານ ແລະຄຸນນະພາບ; ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ມີປະສິດທິ ພາບສູງໃນການນຳພາດ້ານການເມືອງ, ແນວຄິດ, ການຈັດຕັ້ງ, ວິຊາສະເພາະເຮັດ ໃຫ້ເງິນຝາກ-ສີນເຊື່ອຂອງທະນາຄານເພີ່ມຂຶ້ນ, ຍົກສູງຄຸນນະພາບຂອງສິນເຊື່ອ ແລະ ຄວບຄຸມໜີ້ເສຍ NPL ໃຫ້ຫຼຸດລົງຢ່າງຕໍ່ເນື່ອງ.

__________

ຂຽນໂດຍ: ຣັດສະໝີ ດວງສັດຈະ 
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ