ດື່ມນໍ້າໝາກນາວຮ້ອນໆ ຊ່ວຍລ້າງສານພິດໃນຮ່າງກາຍ

  ໝາກນາວ ເປັນໝາກໄມ້ຊະນິດໜຶ່ງທີ່ມີລົດຊາດສົ້ມມີວິຕາມິນ ແລະແຮ່ທາດຫຼາຍຢ່າງທີ່ຊ່ວຍບໍາລຸງສຸຂະພາບຂອງຄົນເຮົາ,ນອກນັ້ນຍັງມີສັບພະຄຸນທາງຢາທີ່ຊ່ວຍບັນເທົາອາການຂອງພະຍາດຫຼາຍຢ່າງໄດ້ ແລະຊ່ວຍລ້າງສານພິດໃນຮ່າງກາຍ ໄດ້ອີກດ້ວຍ.

ປົກກະຕິແລ້ວຜູ້ຄົນສ່ວນຫຼາຍມັກຈະດື່ມນໍ້າໝາກນາວເຢັນໆ,ແຕ່ຮູ້ບໍ່ວ່າການດື່ມນໍ້າໝາກນາວແບບຮ້ອນໆກໍມີຄຸນປະໂຫຍດຫຼາຍຄືກັນເພາະການປະສົມນໍ້າໝາກນາວກັບນໍ້າຮ້ອນນອກຈາກຈະມີປະລິມານກາລໍຣີໜ້ອຍແລ້ວຍັງຊ່ວຍລ້າງສານພິດໄດ້ດີ ໂດຍນໍ້າໝາກນາວຮ້ອນຈະຊ່ວຍບຳລຸງໃຫ້ຕັບຜະລິດນໍ້າບີອອກມາຊ່ວຍໃນການຍ່ອຍອາຫານໃຫ້ໄວຂຶ້ນ,ນອກນັ້ນຍັງຊ່ອຍຂັບໄລ່ສິ່ງເສດເຫຼືອທີ່ຄ້າງຢູ່ໃນທ້ອງຊຶ່ງເປັນສາເຫດຂອງອາການທ້ອງບວມໃຫ້ຫຼຸດລົງໄດ້ນໍາອີກ, ສະນັ້ນຄວນດື່ມນໍ້າໝາກນາວຮ້ອນໆ ມື້ລະຈອກ ຫຼັງຕື່ນນອນທຸກເຊົ້າ.

---------------------

ພາບ ແລະຂ່າວຈາກໜັງ: ສືພິມເສດຖະກິດ-ສັງຄົມ