ເມັກຊິກກຽມຂຶ້ນຄ່າແຮງງານຂັ້ນຕໍ່າອີກ 20%

  ລັດຖະບານເມັກຊິກເຫັນດີທີ່ຈະຂຶ້ນຄ່າແຮງງານຂັ້ນຕໍ່າລາຍວັນຕື່ມອີກ 20% ຊຶ່ງເປັນການປັບຂຶ້ນຄ່າແຮງງານຂັ້ນຕໍ່າເປັນຄັ້ງທີ 2 ຕິດຕໍ່ກັນດ້ານຜູ້ຊ່ຽວຊານລະບຸວ່າການຂຶ້ນດອກເບ້ຍໃນຄັ້ງນີ້ອາດເຮັດໃຫ້ທະນາຄານກາງຄວບຄຸມອັດຕາເງິນເຟີ້ພື້ນຖານໄດ້ລໍາບາກ.

ຕາມຂ່າວຕ່າງປະເທດລາຍງານວ່າ ທ່ານ ອັນເດສ ມານູເອລ ໂລເປຊ ໂອບຣາດໍ ປະທານາທິບໍດີເມັກຊິກກ່າວວ່າຈະເດີນໜ້າຟື້ນຟູມູນຄ່າທີ່ສູນເສຍໄປຂອງຄ່າແຮງງານຂັ້ນຕໍ່າໂດຍບໍ່ສັ່ນຄອນສະຖຽນລະພາບພ້ອມທັງລະບຸຕື່ມວ່າການຂຶ້ນຄ່າແຮງງານໃນຄັ້ງນີ້ມີຄວາມສຳຄັນ, ຊຶ່ງຄ່າແຮງງານຂັ້ນຕໍ່າລາຍວັນໃນປີ 2020 ຈະ ຢູ່ທີ່ 123,22 ເປໂຊ (6,36 ໂດ ລາສະຫະລັດ) ຂະນະທີ່ບໍລິເວນພື້ນທີ່ຊາຍແດນທາງພາກເໜືອຄ່າແຮງງານຂັ້ນຕໍ່າຈະເພີ່ມຂຶ້ນ 5% ຈຸລະດັບ 185,56 ເປໂຊ ໂດຍມີແຮງງານຄົນເມັກຊິກເກືອບ 11 ລ້ານຄົນທີ່ໄດ້ຮັບຄ່າແຮງງານຂັ້ນ ຕໍ່ານີ້, ນອກຈາກນີ້ເມັກຊິກຍັງໄດ້ປັບເພີ່ມຄ່າແຮງງານຂັ້ນຕໍ່າໃນປີນີ້ເປັນ 16% ໃນໄລຍະທີ່ອັດຕາເງິນເຟີ້ຫຼຸດລົງ 2,97% ຕໍ່າກວ່າເປົ້າໝາຍຂອງທະນາຄານກາງຢູ່ທີ່ 3% ແຕ່ວ່າອັດຕາເງິນເຟີ້ພື້ນຖານເດືອນກ່ອນໜ້ານີ້ຢູ່ທີ່ລະດັບ 3,65%.

ຢ່າງໃດກໍຕາມຜູ້ຊ່ຽວຊານເປີດເຜີຍວ່າການປັບຂຶ້ນຄ່າແຮງງານຂັ້ນຕໍ່າອາດສົ່ງຜົນໃຫ້ອັດຕາດອກເບ້ຍຂອງທະນາຄານກາງປັບຕົວຫຼຸດລົງຊຶ່ງອັດຕາດອກເບ້ຍຈະຫຼຸດລົງຈາກລະດັບທ້າຍປີກ່ອນຢູ່ທີ່ 8,25% ເປັນ 7,50%.

------------------

ໜັງສືພີມເສດຖະກິດ-ສັງຄົມ