ປະຊາຊົນໂກໂລມບີປະທ້ວງແຜນປະຕິຮູບພາສີ

ວັນທີ 17 ທັນວາ ກຸ່ມຜູ້ປະທ້ວງໃນໂກໂລມບີລວມຕົວກັນຊຸມນຸມ ເນື່ອງຈາກບໍ່ເຫັນດີກັບແຜນການປະຕິຮູບພາສີອ້າງວ່າເອື້ອປະໂຫຍດຕໍ່ນາຍທຶນ.

ຕາມຂ່າວຕ່າງປະເທດລາຍງານວ່າທີ່ນະຄອນຫຼວງໂບໂກຕາ ຂອງໂກໂລມບີກຸ່ມຜູ້ປະທ້ວງຊຶ່ງປະກອບດ້ວຍສະມາຊິກສະຫະພາບແຮງງານ, ນັກສຶກສາ ແລະ ປະຊາຊົນລວມຕົວກັນຊຸມນຸມເນື່ອງຈາກບໍ່ເຫັນດີກັບແຜນການປະຕິຮູບພາສີຊຶ່ງກຸ່ມຜູ້ປະທ້ວງອ້າງວ່າເອື້ອປະໂຫຍດຕໍ່ນາຍທຶນໂດຍຫຼຸດພາສີໃຫ້ກັບນາຍທຶນ.

ນອກຈາກນີ້ກຸ່ມຜູ້ປະທ້ວງຍັງຮຽກຮ້ອງໃຫ້ລັດຖະບານຈັດການກັບຕຳຫຼວດທີ່ໃຊ້ກຳລັງຮຸນແຮງກັບກຸ່ມຜູ້ປະທ້ວງແກ້ບັນຫານັກເຄື່ອນໄຫວດ້ານສັງຄົມທີ່ຖືກທຳຮ້າຍລວມທັງຮຽກຮ້ອງໃຫ້ລັດຖະບານເລັ່ງບັນລຸຕົກລົງສັນຕິພາບກັບອະດີດກຸ່ມໂຈຣ /ຟາກ.

---------------

ໜັງສືພີມເສດຖະກິດ-ສັງຄົມ