ຫ້ອງຕໍາຫຼວດ ປກສ ໄຊຍະບູລີ ຈັດການແຂ່ງຂັນກີລາ

   ໃນທ້າຍອາທິດທີ່ຜ່ານມານີ້ຄະນະພັກຮາກຖານຫ້ອງຕໍາ ຫຼວດ ປກສ ແຂວງໄຊຍະບູລີ ໄດ້ຈັດການແຂ່ງຂັນກີລາບານເຕະທີ່ເດີ່ນເພງພະຈັນເພື່ອຊີງຂັນສະຫາຍ ເລຂາຄະນະພັກຮາກຖານຫ້ອງຕໍາ ຫຼວດໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍທ່ານ ພັທ ເຂັມເພັດ ວັນນະລາດ ຄະນະພັກກອງບັນຊາການ, ເລຂາຄະນະພັກຮາກຖານ ຫ້ອງຕໍາຫຼວດກອງບັນຊາການ ປກສ ແຂວງໄຊຍະບູລີ ມີບັນດາ ຄະນະພັກຮາກຖານເລຂາໜ່ວຍພັກພ້ອມດ້ວຍນັກກີລາເຂົ້າຮ່ວມ.

  ທ່ານ ພັທ ເຂັມເພັດ ວັນນະ ລາດ ໄດ້ກ່າວເປີດການແຂ່ງຂັນ ຢ່າງເປັນທາງ ຊຶ່ງການແຂ່ງຂັນກີລາໃນຄັ້ງນີ້ແມ່ນເປັນການສ້າງຂະບວນການເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຄັ້ງທີ IV ຂອງ ຄະນະພັກຮາກຖານຫ້ອງຕໍາຫຼວດທັງເປັນການຄັດເລືອກຕົວນັກກີລາ ເຂົ້າຮ່ວມແຂງຂັນໃນລະດັບຕ່າງໆ ແລະເປັນການຜູກແໜ້ນຄວາມສາມັກຄີບັນດາສະຫາຍສະມາຊິກພັກ-ມະຫາຊົນແຕ່ລະໜ່ວຍທີ່ຂຶ້ນກັບຄະ ນະພັກຮາກຖານໃຫ້ແໜ້ນແຟ້ນ; ເປັນການຜ່ອນຄາຍຄວາມອິດ ເມື່ອຍໃນການປະຕິບັດໜ້າທີ່ວຽກ ງານ.

  ການແຂ່ງຂັນກີລາໃນຄັ້ງນີ້ມີ ທີມກີລາບານເຕະທັງໝົດ 5 ທີມ ເປັນຕົວແທນຈາກ 5 ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານຫ້ອງຕໍາຫຼວດເຂົ້າຮ່ວມແຂ່ງຂັນຄື:ໜ່ວຍ ພັກພະແນກບໍລິຫານຈັດຕັ້ງ ແລະ ຄວບຄຸມຢາເສບຕິດ,ທີມໜ່ວຍ ພັກພະແນກຈະລາຈອນ ແລະສະກັດກັ້ນຕ້ານອັກຄີໄພ,ທີມໜ່ວຍພັກ ສຶບສວນ-ສອບສວນ-ສຶບຂ່າວ ແລະຕ້ານການຄ້າມະນຸດ,ທີມໜ່ວຍພັກພະແນກຕໍາຫຼວດເສດຖະກິດແລະສິ່ງແວດລ້ວມ ແລະທີມບານ ເຕະໜ່ວຍພັກພະແນກສະກັດກັ້ນ ແລະຕ້ານຢາເສບຕິດ.

--------------------

ພາບ ແລະ ຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ