ມຊ ສຳມະນາວິຊາການ ແລະວາງສະແດງປຶ້ມ

  ໃນລະຫວ່າງວັນທີ 16- 20 ທັນວາ 2019 ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ຮ່ວມ ກັບສູນໜັງສືມະຫາວິທະຍາໄລ ທຳມະສາດປະເທດໄທ ໄດ້ຈັດພິທີ ສຳມະນາວິຊາການ ແລະວາງສະ ແດງປຶ້ມຄັ້ງທີ 6 ໂດຍການໃຫ້ກຽດ ເຂົ້າຮ່ວມຂອງທ່ານ ສົມສີ ຍໍພັນ ໄຊ ອະທິການບໍດີ ມຊ, ທ່ານ ນາງ ກາຊິນີ ວິທູດຊັດ ອະທິການບໍດີ ມະຫາວິທະຍາໄລທຳມະສາດ (ປະເທດໄທ) ມີບັນດາຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຜູ້ອໍານວຍ ການສະຖາບັນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

ການຈັດງານໃນຄັ້ງນີ້ເພື່ອສົ່ງ ເສີມການອ່ານ ແລະຮັບໃຊ້ເຂົ້າໃນການຮຽນ-ການສອນຂອງພະນັກງານ, ຄູ-ອາຈານ ແລະນັກສຶກ ສາພາຍໃນ ມຊ,ບັນດາສະຖາບັນສຶກສາ ແລະວິທະຍາໄລຕ່າງໆ ແລະ ເປັນການເປີດໂອກາດໃຫ້ແກ່ຄູ-ອາຈານ, ນັກສຶກສາລາວໃນມະຫາວິທະຍາໄລແຫ່ງຊາດໄດ້ພົບປະ-ສົນທະນາ ແລະຮັບຮູ້ຂໍ້ມູນ ຂ່າວສານທີ່ເປັນປະໂຫຍດນໍາມາ ພັດທະນາສຶກສາຂອງ ສປປ ລາວ ແລະພັດທະນາສຶກສາຂອງມະຫາວິທະຍາໄລແຫ່ງຊາດ.

ການສໍາມະນາ ແລະງານວາງ ສະແດງປຶ້ມຄັ້ງທີ 6 ນີ້ເປັນໂອກາດ ສໍາຄັນໃນການສ້າງເງື່ອນໄຂໃຫ້ ບັນດາພະນັກງານ, ຄູ-ອາຈານ ແລະນັກສຶກສາໃນທົ່ວມະຫາວິທະຍາໄລແຫ່ງຊາດໄດ້ເຂົ້າເຖິງແຫຼ່ງ ຂໍ້ມູນທຸກຢ່າງບໍ່ວ່າຈະເປັນຂໍ້ມູນ ດ້ານເສດຖະກິດ-ສັງຄົມ, ວັດທະນະທໍາ, ເຕັກນິກ ແລະວິທະຍາເສດ ທຸກຂົງເຂດສາຂາວິຊາເພື່ອນໍາໄປ ໝູນໃຊ້ເຂົ້າໃນວຽກງານສິດສອນ, ການຮໍ່າຮຽນ ແລະຄົ້ນຄວ້າ-ວິໄຈ ໃນຫົວຂໍ້ຕ່າງໆ.

-------------------

ພາບ ແລະ ຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ