ພຽງກິນປາທູ1ໂຕຈະໄດ້ຮັບສານອາຫານຫຼາຍກວ່າທີ່ຄິດ

   ໃນປາທູ 1 ໂຕຈະໃຫ້ໂປຣຕິນສູງເຖິງ 20 ກຣາມຕໍ່ນ້ຳໜັກ 100 ກຣາມຊຶ່ງໂປຣຕິນທີ່ໄດ້ຈາກປາທູຈະເປັນໂປຣຕິນທີ່ຍ່ອຍງ່າຍຮ່າງກາຍສາມາດນຳໄປໃຊ້ປະໂຫຍດໄດ້ທັນທີ ແລະປາທູເປັນປາທີ່ມີຄຸນປະໂຫຍດ ແລະສານອາຫານທີ່ພຽງພໍຕໍ່ຮ່າງກາຍໂດຍເຮົາບໍ່ຕ້ອງກິນອາຫານເສີມຕື່ມຊຶ່ງການກິນປາທູພຽງ 1 ໂຕຈະໄດ້ຮັບສານອາຫານຫຼາຍຊະນິດດັ່ງນີ້:

  1. ປາທູອຸດົມໄປດ້ວຍ EPA ແລະDHA ຊຶ່ງເປັນກຣົດໄຂມັນບໍ່ອີ່ມຕົວໂດຍສານທັງສອງຊະນິດນີ້ຈະເຮັດໜ້າທີ່ຫຼຸດການຈັບຕົວຂອງເກັດເລືອດທີ່ຜິດ ປົກກະຕິໃນບາງຄົນຈິ່ງເຮັດໃຫ້ເປັນພາວະຫຼອດເລືອດແຂງຕົວຫຼືພົບການອັກເສບນອກຈາກນີ້ທັງ EPA ແລະDHA ຍັງມີສ່ວນຊ່ວຍໃນການຫຼຸດລະດັບໄຂມັນຊະນິດທີ່ເຮັດໃຫ້ເກີດຫຼອດເລືອດອຸດຕັນໄດ້.
  2. ສັບພະຄຸນຂອງປາທູມີແຄລຊຽມ ແລະຟອສຟໍຣັສໂດຍປະລິມານແຄລຊຽມໃນປາທູຈະສູງເຖິງ 170 ມິລລິກຣາມຕໍ່ປາທູສົດ 100 ກຣາມນອກ ຈາກນີ້ຍັງອຸດົມໄປດ້ວຍຟອສຟໍຣັສທີ່ຈຳເປັນຕໍ່ຮ່າງກາຍໂດຍສານອາຫານເຫຼົ່ານີ້ຈະມີສ່ວນຊ່ວຍໃນການເສີມສ້າງຄວາມແຂງແຮງກະດູກ ແລະແຂ້ວໄດ້ເປັນໄດ້ເປັນຢ່າງດີໂດຍສະເພາະກັບເດັກນ້ອຍ ແລະຜູ້ສູງອາຍຸ.
  3. ປະໂຫຍດຂອງປາທູອຸດົມໄປດ້ວຍໂອເມກ້າ 3 ແລະ 6 ທີ່ມີສ່ວນຊ່ວຍໃນການທຳງານຂອງລະບົບປະສາດ ແລະສະໝອງຍັງເປັນສ່ວນປະກອບຂອງ ເຍື່ອບຸຜະໜັງເຊລຊ່ວຍຫຼຸດໄຂມັນຫຼຸດຄວາມສ່ຽງທັງໂລກຫົວໃຈ ແລະຫຼອດເລືອດນອກຈາກນີ້ໂອເມກາ 3 ແລະ 6 ໃນປາທູນີ້ຍັງເປັນໂຄງສ້າງທີ່ສຳຄັນຂອງເນື້ອເຍື້ອບໍລິເວນປະສາດຕາ ຫຼື retina ທີ່ຊ່ວຍໃນການເບິ່ງເຫັນໄດ້ດີ.