ເອັດ ຊີແຣນ ຂຶ້ນແທ່ນສິລະປິນແຫ່ງທົດສະວັດຂອງອັງກິດ

  ເອັດ ຊີເຣນ ສິລະປິນ ແລະ ນັກແຕ່ງເພງຊື່ດັງຂອງອັງກິດ ເຈົ້າຂອງຜົນງານເພງ ‘Photograph’ ແລະ‘Perfect’ ໄດ້ຮັບການປະກາດໃຫ້ເປັນສິລະປິນ ແຫ່ງທົດສະວັດ (Artist of thedecade) ຈາກການຈັດອັນດັບ ຂອງ Official Charts Com pany (OCC)  ໂດຍໃນໄລຍະປີ 2010 ບົດເພງຂອງເອັດຊີເຣນ ສາມາດຂຶ້ນຄອງອັນດັບ 1 ໃນອັນດັບເພງທີ່ມີຄົນຟັງຫຼາຍທີ່ສຸດ.

ບົດເພງຂອງເອັດຊີເຣນ ປະເພດອາລະບໍ້າສາມາດຄອງອັນດັບ 1 ໄດ້ດົນເຖິງ 41 ອາທິດ ແລະ ປະເພດບົດເພງດ່ຽວ 38 ອາທິດເຮັດໃຫ້ເມື່ອລວມກັນແລ້ວຜົນ ງານເພງຂອງເອັດຊີເຣນ ສາມາດຄອງແຊັມໄດ້ສູງສຸດເຖິງ 79 ອາທິດ ຊຶ່ງເປັນຈຳນວນທີ່ຫຼາຍ ກວ່າສິລະປິນທຸກຄົນ, ຄວາມສຳເລັດຄັ້ງນີ້ເປັນພຽງໜຶ່ງໃນຫຼາຍ ການຈັດອັນດັບທີ່ເກີດຂຶ້ນເທົ່ານັ້ນ ເອັດຊີເຣນ ຫາກໍຈະທຸບສະຖິຕິການ ເປັນສິລະປິນທີ່ສ້າງລາຍໄດ້ຈາກ ການທົວຄອນເສີດໄດ້ຫຼາຍທີ່ສຸດ ໃນໂລກໄປ ໂດຍປີນີ້ລາວສາມາດ ສ້າງລາຍໄດ້ໄປທັງໝົດ 558 ລ້ານປອນ.

------------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ