3 ສະໝຸນໄພ ຊ່ວຍຫຼຸດຄວາມດັນເລືອດ

  ຄວາມຕຸ້ຍ ເປັນສາເຫດ ໜຶ່ງທີ່ເຮັດໃຫ້ເກີດບັນຫາສຸຂະພາບ ຢ່າງຫຼວງຫຼາຍລວມຮອດພາວະຄວາມດັນເລືອດ,ພະຍາດນີ້ເປັນ ພະຍາດໜຶ່ງທີ່ຈະບໍ່ສະແດງອາການອອກມາໃຫ້ເຮົາເຫັນ, ຈາກການສຶກສາພົບ ແລະຢືນຢັນວ່າ: ພາວະຄໍເລດເຕີລໍໃນເສັ້ນເລືອດເປັນສາເຫດເຮັດໃຫ້ຫຼອດເລືອດແດງແຂງ,ຕີບ ແລະຈະເຮັດໃຫ້ ເກີດພະຍາດຫົວໃຈຂາດເລືອດ ຫຼື ເກີດພະຍາດສະໝອງຂາດເລືອດ ຊຶ່ງເປັນອັນຕະລາຍຫຼາຍ, ມື້ນີ້ເຮົາມີສະໝຸນໄພຊ່ວຍຫຼຸດຄວາມ ດັນເລືອດມາແນະນຳໃຫ້ທ່ານຜູ້ ອ່ານປະຕິບັດນຳກັນ.

  1. ກະຈຽບແດງ: ໂດຍນໍາ ເອົາໝາກທີ່ຕາກແຫ້ງນຳມາຕົ້ມ ຫຼື ຊົງນໍ້າຮ້ອນດື່ມຕາງນໍ້າເພາະ ກະຈຽບຊ່ວຍຫຼຸດຄວາມດັນເລືອດ, ຫຼຸດໄຂມັນ, ແກ້ໜິ້ວ ແລະຫຼຸດໄຂ້.
  2. ຜັກໜອກ: ໃຊ້ຫຼຸດຄວາມ ດັນເລືອດສູງໂດຍໃຊ້ຕົ້ນສົດ 1 ຫຼື 2 ກໍາມືຕົ້ມກັບນໍ້າແລ້ວນໍາມາດື່ມ.
  3. ຜັກຕັ່ງສາຍ: ເລືອກເອົາ ຜັກຕັ້ງສາຍຕົ້ນສົດມາຕໍາແລ້ວຄັ້ນເອົາແຕ່ນໍ້າເພື່ອດື່ມ ຫຼື ໃຊ້ຕົ້ນສົດ 1-2 ກຳມືຕົ້ມດື່ມຄັ້ງລະ 1-2 ບ່ວງ ແກງກ່ອນອາຫານ ຫຼື ຈະກິນເປັນ ຜັກສົດປະສົມໃນອາຫານກໍໄດ້.

-----------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ