ແອນຢືນຢັນມີຮູບເງົາThePrincessDiariesພາກ3ແນ່ນອນ

   ຢືນຢັນຈາກປາກນາງເອກທີ່ມີຄວາມສາມາດແອນແຮດທາເວແລ້ວວ່າຮູບເງົາໂຣແມນຕິກໃນຕຳນານທີ່ແຈ້ງເກີດໃຫ້ລາວ The Princess Diaries ຈະມີພາກ 3 ອອກມາໃຫ້ໄດ້ເບິ່ງຕາມສຽງຮຽກຮ້ອງຂອງແຟນຮູບເງົາແນ່ນອນເພາະປະຈຸບັນນີ້ບົດຮູບເງົາຂຽນສຳເລັດແລ້ວພ້ອມກັນນີ້ລາວເອງ ແລະຈູລີ່ ແອນຄຣູສຜູ້ຮັບບົດນໍາລວມທັງເດບຣາມາຕິນເຊສຜູ້ກຳກັບຮູບເງົາເລື່ອງນີ້ຕ່າງເຫັນດີວ່າຮູບເງົາເລື່ອງນີ້ຕ້ອງມີແນນອນ.

   ແຕ່ກວ່າທີ່ແຟນຮູບເງົາຈະໄດ້ເບິ່ງຮູບເງົາຕ້ອງໄດ້ລໍຖ້າອີກດົນເພາະແອນບອກວ່າລາວ ແລະທຸກຄົນຢາກໃຫ້ຮູບເງົາອອກມາດີທີ່ສຸດເພື່ອໃຫ້ຄຸ້ມຄ່າກັບການລໍຄອຍຂອງແຟນໆຮູບເງົາເພາະຮູບເງົາເລື່ອງນີ້ສຳຄັນກັບລາວຫຼາຍເພາະເປັນຮູບເງົາໃຫຍ່ເລື່ອງທຳອິດໃນຊີວິດພ້ອມທັງແຈ້ງເກີດໃຫ້ລາວໂດ່ງດັງໃນ 18 ປີກ່ອນ. ໂດຍ The Princess Diaries ພາກທຳອິດ (ບັນທຶກຮັກເຈົ້າຍິງມືໃໝ່) ເຂົ້າສາຍໃນປີ 2001 ຊຶ່ງຕອນນັ້ນແອນອາຍຸພຽງ 19 ປີເທົ່ານັ້ນ ເປັນເລື່ອງລາວຂອງມີອາສາວໄວລຸ້ນອາເມລິກາທີ່ຫາກໍຮັບຮູ້ວ່າລາວເປັນເຈົ້າຍິງທາຍາດແຫ່ງອານາຈັກເຈໂນເວີຍກາຍເປັນຮູບເງົາຍອດນິຍົມແຫ່ງປີ, ເຮັດໃຫ້ມີພາກ 2 ຕາມມາໃນອີກ 3 ປີຖັດມາຄື The Princess Diaries2: Royal Engagement (ບັນ ທຶກເຈົ້າຍິງວຸ່ນລຸ້ນວິວາ) ບໍ່ພຽງແຕ່ໂດ່ງດັງແຕ່ຍັງແຈ້ງເກີດໃຫ້ພະເອກຄຣີສໄພອີກດ້ວຍ.