ແລ່ນ-ລານຄົນພິການລາວຕັ້ງເປົ້າຄວ້າຫຼຽນ 2 ລາຍການ ງານກີລາທີ່ຟິລິບປິນ

  ທັບນັກກີລາແລ່ນ-ລານ ຄົນພິການລາວ ຕັ້ງເປົ້າຜ່ານເຂົ້າ ຊີງຫຼຽນ 2 ລາຍການຄືແລ່ນ 100 ແມັດ T12 ແລະແລ່ນ 200 ແມັດຊາຍ T13 ຈາກ 2 ອ້າຍ ນ້ອງທ້າວ ແກ່ນ ເທບທິດາ ແລະ ທ້າວ ກອນ ເທບທິດາ ຫຼັງສ້າງ ສະຖິຕິໄດ້ດີຂຶ້ນກວ່າຜ່ານໆມາໃນການຮ່ວມງານກີລາແລ່ນ-ລານ ຊີງແຊັມໂລກທີ່ນະຄອນດູໄບປະເທດສະຫະລັດອາຣັບເອມິເຣດໃນເດືອນພະຈິກຜ່ານມາເຮັດໃຫ້ມີຄວາມໝັ້ນໃຈຫຼາຍຂຶ້ນໃນການ ແຂ່ງຂັນງານກີລາອາຊຽນພາຣາ ເກມຄັ້ງທີ X ທີ່ປະເທດຟິລິບປິນ ເປັນເຈົ້າພາບໃນລະຫວ່າງວັນທີ 18-25 ມັງກອນ 2020.

ທ່ານ ທອງສະຫວັດ ວົງສະ ຫວ່າງ ປະທານສະຫະພັນກີລາແລ່ນ-ລານຄົນພິການແຫ່ງຊາດລາວ ໃຫ້ຮູ້ວ່າ: ສຳລັບນັກກີລາ ແລ່ນ-ລານຄົນພິການລາວເຮົາ  ແມ່ນໄດ້ມີການຝຶກຊ້ອມກັນມາຕະຫຼອດປີພວກເຮົາຝຶກຊ້ອມຢ່າງໜັກ ເປັນປະຈຳ ແລະເຂົ້າເກັບຕົວທີ່ເດີ່ນ ເຈົ້າອານຸວົງ.ຈາກການຝຶກຊ້ອມ ແລະໄດ້ໄປເຄື່ອນໄຫວທີ່ຕ່າງປະເທດ ໂດຍສະເພາະລາຍການແລ່ນ-ລານຄົນພິການຊີງແຊັມໂລກທີ່ນະຄອນດູໄບ ໃນເດືອນພະຈິກ ຜ່ານມາ ເຫັນວ່ານັກກີລາແລ່ນ-ລານຄົນພິການລາວແມ່ນສາມາດເກັບສະຖິຕິໄດ້ດີຂຶ້ນ ໂດຍສະເພາະ 2 ລາຍການ ຄື: ແລ່ນ 100 ແມັດຊາຍ T12 ແລະແລ່ນ 200 ແມັດຊາຍ T13 ຈາກ 2 ອ້າຍນ້ອງທ້າວ ແກ່ນ ເທບທິດາ ແລະທ້າວ ກອນເທບທິດາ ທີ່ເຫັນໄດ້ວ່າມີໂອກາດ ສູງ ແລະມີຄວາມເປັນໄປໄດ້ທີ່ຈະເຂົ້າຮອບຊີງຊະນະເລີດໃນການຊີງຫຼຽນຄຳ ໃນການແຂ່ງຂັນງານ ກີລາອາ ຊຽນພາຣາເກມ ຄັ້ງທີ X ທີ່ປະເທດຟີລິບປິນ ເປັນເຈົ້າພາບ ໃນເດືອນມັງກອນນີ້,ຂະນະທີ່ການໄປຮ່ວມແຂ່ງຂັນໃນງານອາຊຽນ ພາຣາເກມ ໃນຄັ້ງນີ້ແມ່ນຈະສົ່ງນັກກີລາເຂົ້າຮ່ວມທັງໝົດ 4 ຄົນ ຊຶ່ງມີນັກກີລາເກົ່າ 2 ຄົນ ແລະ ດາວຮຸ່ງ 2 ຄົນເຂົ້າຮ່ວມໃນ 8 ລາຍການປະກອບມີ: ແລ່ນ 100 ແມັດຊາຍ T12, ແລ່ນ 100 ແມັດຊາຍ T13, ແລ່ນ 200 ແມັດຊາຍ T12, ແລ່ນ 200 ແມັດຊາຍ T13, ແລ່ນ 400 ແມັດຊາຍ T11, ແລ່ນ 800 ແມັດຊາຍ T11, ແລ່ນ 1.500 ແມັດຊາຍ T11 ແລະແລ່ນ 1.500 ແມັດຊາຍ T12.

ສຳລັບການຮ່ວມງານແຂ່ງ ຂັນກີລາອາຊຽນພາຣາເກມ ຄັ້ງ ທີ X ທີ່ປະເທດຟິລິບປິນ ເປັນເຈົ້າພາບໃນລະຫວ່າງວັນທີ 18-25 ມັງກອນ 2020 ທັບນັກກິລາຄົນພິການລາວເຮົາແມ່ນເຂົ້າຮ່ວມ ທັງໝົດ 6 ປະເພດກີລາຄື: ກີລາ ຍົກນໍ້າໜັກ, ກີລາລອຍນໍ້າ, ກີລາແລ່ນ-ລານ, ກີລາລົດຖີບ, ກີລາໂກນບານ ແລະກີລາບານບ້ວງລໍ້ ເລື່ອນທີມຍິງ.

----------------

ພາບ: ຂ່າວ  ໂດຍ: ບຸນນິກ