ຝຶກອົບຮົມການນວດເພື່ອສຸຂະພາບໃຫ້ຄູສອນ

ວັນທີ 18 ທັນວາ ຜ່ານມາພະແນກສຶກສາທິການ ແລະກີລາແຂວງ (ສກຂ) ຊຽງຂວາງໄດ້ຈັດຝຶກອົບຮົມການນວດເພື່ອສຸຂະພາບໃຫ້ແກ່ຄູສອນຢູ່ບັນດາສູນການສຶກສານອກໂຮງຮຽນຂັ້ນເມືອງ ແລະຂັ້ນແຂວງທີ່ສູນສຶກສາຊຸມຊົນຍອດງື່ມ ເມືອງແປກ ໂດຍໃຫ້ກຽດເຂົ້າຮ່ວມ ແລະກ່າວເປີດຊຸດອົບຮົມຂອງ ທ່ານ ທອງເພັດ ອິນທະໄຊ ຮອງ ຫົວໜ້າພະແນກ ສກຂ, ທ່ານນາງ ຂັນທອງ ພົມມະວັນ ວ່າການຫົວໜ້າຂະແໜງການສຶກສານອກໂຮງຮຽນ (ກສນ) ພ້ອມຄະນະ, ມີຂະແໜງການທີ່ກ່ຽວຂ້ອງຂອງພະແນກ, ຄູສອນ ແລະສໍາມະນາກອນກຸ່ມເປົ້າໝາຍເຂົ້າຮ່ວມ.

  ໂອກາດນີ້ທ່ານນາງ ຂັນທອງ ພົມມະວັນ ໄດ້ຂຶ້ນກ່າວລາຍງານຈຸດປະສົງເປົ້າໝາຍຂອງການຝຶກອົບຮົມແມ່ນເພື່ອຕໍ່ຍອດຈາກການທີ່ພະນັກງານສູນແຂວງ, ສູນຍອດງື່ມ ແລະຂະແໜງ ກສນ ໄດ້ເຂົ້າຮ່ວມຝຶກອົບຮົມເປັນເວລາ 3 ເດືອນ ກວ່າຢູ່ສູນອົບຮົມນວດເອກະຊົນ ແຫ່ງໜຶ່ງທີ່ມີຊື່ສຽງຈາກແຂວງອຸບົນລາດຊະທານີແຫ່ງປະເທດໄທໂດຍໄດ້ຮັບການສະໜັບສະໜູນຈາກກົມການສຶກສານອກໂຮງຮຽນ ແລະແຂວງອຸບົນລາດຊະທານີໃນສົກປີ 2017 ມາຮອດປະຈຸບັນເປັນ ເວລາ 2 ປີກວ່າທີ່ພະນັກ ງານຕົວແທນເຂົ້າຮ່ວມຝຶກອົບຮົມໃນຄັ້ງນັ້ນໄດ້ນໍາໃຊ້ຄວາມຮູ້ບໍລິການຮັບໃຊ້ສັງຄົມ ແລະ ຊຸມຊົນໃຫ້ເກີດຜົນປະໂຫຍດ, ໂດຍສະເພາະການນວດບໍາບັດປິ່ນປົວສຸຂະພາບ ແລະ ການນວດເພື່ອຜ່ອນຄາຍຮ່າງກາຍ ແລະ ເຫັນວ່າໄດ້ຮັບກະແສຕອບຮັບຈາກຜູ້ໃຊ້ບໍລິການເປັນຢ່າງດີ,ຍ້ອນເຫັນໄດ້ຄວາມໝາຍຄວາມສໍາຄັນເຊັ່ນນັ້ນທາງພະແນກ ສກຂ ຈຶ່ງມີຄວາມຈໍາເປັນນໍາເອົາວຽກງານດັ່ງກ່າວຂະຫຍາຍຕໍ່ໃຫ້ແກ່ຄູສອນຢູ່ບັນດາສູນກຸ່ມເປົ້າໝາຍເພື່ອໃຫ້ເຂົາເຈົ້າໄດ້ນໍາເອົາບົດຮຽນໄປຖ່າຍທອດຕໍ່ໃຫ້ແກ່ຊຸມຊົນກຸ່ມສົນໃຈໃຫ້ກາຍເປັນຂະບວນກວ້າງຂວາງແນໃສ່ສ້າງອາຊີບເສີມໃຫ້ແກ່ຊຸມຊົນໃນບໍລິການຮັບໃຊ້ສັງຄົມທາງດ້ານການນວດບໍາບັດເພື່ອສຸຂະພາບ ແລະ ການນວດເພື່ອຜ່ອນຄາຍຮ່າງກາຍ.

 ສໍາລັບບົດຮຽນທີ່ນໍາມາຝຶກອົບຮົມຄັ້ງນີ້ມີທັງໝົດ 28 ທ່າພື້ນຖານຂອງການນວດ, ໂດຍມີຄູສອນຈາກສູນການສຶກສານອກໂຮງຮຽນຂອງເມືອງໜອງແຮດ ເມືອງຄໍາ, ເມືອງພູກູດ,ສູນຍອດງື່ມ ແລະສູນແຂວງເຂົ້າຮ່ວມ 30 ກວ່າທ່ານ.

-----------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ