ໝົດປີການເກັບລາຍຮັບສ່ວຍສາອາກອນສະຫວັນນະເຂດ ຈະໄດ້ພຽງ 92%

  ຕາມການໃຫ້ສຳພາດຂອງ ທ່ານ ເພັດດາລາ ແກ້ວສາລີ ຫົວໜ້າສ່ວຍສາອາກອນປະຈໍາແຂວງສະຫວັນນະເຂດກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານໃນການຈັດເກັບລາຍຮັບຂອງສ່ວຍສາອາກອນປະຈຳແຂວງໃຫ້ຮູ້ວ່າ: ໃນ 11 ເດືອນປີ 2019 ສ່ວຍສາອາກອນປະຈໍາແຂວງເກັບລາຍຮັບໄດ້ 535,32 ຕື້ກີບ ໃນນັ້ນລາຍຮັບພູດຂອງສູນກາງປະຕິບັດຢູ່ແຂວງ (ລາຍຮັບວີຊາ) ປະຕິບັດໄດ້ 3,3 ຕື້ກີບ ເທົ່າກັບ 95,11% ຂອງແຜນການປີ ແລະລາຍຮັບພູດຂອງທ້ອງຖິ່ນປະຕິບັດໄດ້ 532,3 2 ຕື້ກີບ ເທົ່າກັບ 78,80% ຂອງແຜນການປີ, ຖ້າສົມທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 0,29% ຫຼື 1,56 ຕື້ກີບ, ການຈັດຕັ້ງປະຕິບັດລາຍຮັບໃນ 11 ເດືອນປີ

2019 ໂດຍລວມແລ້ວສ່ວຍສາອາກອນປະຈໍາແຂວງພວກເຮົາເກັບລາຍຮັບໄດ້ເພີ່ມຂຶ້ນຖ້າສົມທຽບໃສ່ໄລຍະດຽວຂອງປີຜ່ານມາ, ແຕ່ຖ້າສົມທຽບໃສ່ຕົວເລກແຜນການປີ 2019 ແມ່ນປະຕິບັດໄດ້ພຽງ 78,80% ຊຶ່ງເຫັນວ່າຍັງຕໍ່າສາເຫດຍ້ອນບັນດາຫົວໜ່ວຍທຸລະກິດຕາມຂົງເຂດຫຼັກໆທີ່ສົ່ງຜົນກະທົບຕໍ່ການປະຕິບັດແຜນລາຍຮັບໃນປີ 2019 ປະກອບມີ: ການ ປະຕິບັດພັນທະອາກອນມອບເໝົາ ຂອງບໍລິສັດສະຫວັນຣີເຈັນຕາມແຜນແມ່ນ 10 ລ້ານໂດລາຕໍ່ປີ, ສໍາລັບປີ 2019 ປະຕິບັດພຽງແຕ່ 35% ຫຼື 3,5 ລ້ານໂດລາ ເທົ່ານັ້ນ, ເນື່ອງຈາກການເຈລະຈາມອບພັນທະດັ່ງກ່າວມີຄວາມຊັກຊ້າເຮັດໃຫ້ການປະຕິບັດພັນທະຫຼຸດລົງ 6,5 ລ້ານໂດລາ ຫຼື 57,85 ຕື້ກີບ, ໂຮງງານປະກອບລົດໂຄລາວຫຼຸດລົງ 22,53% ຫຼື 1,23 ຕື້ກີບ, ໂຮງງານຊີມັງສະຫວັນນະເຂດຫຼຸດລົງ 1 ຕື້ກວ່າກີບກຸ່ມທຸລະກິດກໍ່ສ້າງຫຼຸດລົງ 51,18% ຫຼື 11,12 ຕື້ກີບ (ຕິດພັນກັບງົບປະມານຂອງລັດ), ນອກນັ້ນຍັງມີຫົວໜ່ວຍທຸລະກິດທຸລະກິດການຄ້າຈຳນວນໜຶ່ງຫຼຸດລົງເປັນຕົ້ນ: ບໍລິສັດໂຊກໄຊຂາອອກ-ຂາເຂົ້າ 1,39 ຕື້ກີບ, ບໍລິສັດ ໂຕໂຍຕ້າລາວສະຫວັນ 147 ລ້ານ, ບໍລິສັດດີເຄເຮັດເອັດລາວ 1,18 ຕື້ກີບ ແລະອື່ນໆ.

ທ່ານ ເພັດດາລາ ແກ້ວສາລີ ຍັງໃຫ້ຮູ້ຕື່ມວ່າ: ສ່ວນການຈັດຕັ້ງປະຕິບັດການເສຍຄ່າທໍານຽມທາງໃນຈຳນວນພາຫະນະ 342.108 ຄັນ ໃນນີ້ປະເພດລົດໃຫຍ່ 51.9 50 ຄັນກວມ 15,18%, ປະເພດລົດຈັກ 290.158 ຄັນ, ກວມ 84,82%, 10 ເດືອນປະຕິບັດໄດ້ 7 ຕື້ກວ່າກີບ ໃນນີ້ເສຍແລ້ວ 35.776 ຄັນ, ປະກອບມີ: ລົດໃຫຍ່ເສຍແລ້ວ 26.560 ຄັນ, ກວມ 51,13%, ລົດ ຈັກ 9.216 ຄັນ, ກວມ 3,18%. ສາເຫດເນື່ອງມາຈາກການສະໜອງເຄື່ອງບໍລິການເສຍຄ່າທຳນຽມທາງມີຄວາມຊັກຊ້າເຮັດໃຫ້ການບໍລິການເສຍຄ່າທຳນຽມທາງ ແລະການນຳໃຊ້ມາດຕະການຂອງເຈົ້າໜ້າທີ່ກໍມີຄວາມຊັກຊ້າ, ການບໍລິການຂອງທະບໍ່ສາມາດເຂົ້າເຖິງຜູ້ຄຸ້ມຄອງ ແລະນໍາໃຊ້ພາຫະນະໄດ້ທັນກວ້າງຂວາງເທື່ອ, ພ້ອມກັນນັ້ນຜູ້ຄຸ້ມຄອງ ແລະນຳໃຊ້ພາຫະນະສ່ວນໃຫຍ່ສະຕິໃນການປະຕິບັດພັນທະກໍ່ຍັງບໍ່ທັນສູງເທົ່າທີ່ຄວນ.

  ການຈັດເກັບລາຍຮັບຈາກພາສີທີ່ດິນຕາມຖານລາຍຮັບພາສີທີ່ດິນທົ່ວແຂວງແມ່ນ 18,78 ຕື້ກີບ ມາຮອດເດືອນພະຈິກ 2019 ສາມາດເກັບໄດ້ແລ້ວ 15,57 ຕື້ກີບ ເທົ່າກັບ 82,91% ທຽບໃສ່ປີກາຍຫຼຸດ ລົງ 3,97% ເນື່ອງມາຈາກການປັບປ່ຽນລະບົບການເກັບ, ແຂວງເຮົາປະສົບໄພທໍາມະຊາດພ້ອມກັນນັ້ນສະຕິໃນການປະຕິບັດພັນທະຂອງຜູ້ຄອບຄອງ ແລະນຳໃຊ້ທີ່ດິນກໍບໍ່ທັນສູງເທົ່າທີ່ຄວນ,ຕົວເລກສູ້ຊົນປະຕິບັດລາຍຮັບທ້າຍປີ 2019 ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 628,08 ຕື້ກີບ (ສະເພາະພູດທ້ອງຖິ່ນ) ເທົ່າກັບ 92,46% ຂອງແຜນການປີ,ຖ້າສົມທຽບໃສ່ປະຕິບັດໝົດປີ 2018 (620,31 ຕື້ກີບ) ເພີ່ມຂຶ້ນ 1,77% ຫຼື 7,77 ຕື້ກີບ, ຖ້າບໍ່ນັບລາຍຮັບຄ່າບໍລິການ-ວີຊາການຈະປະຕິບັດໄດ້ 581,94 ຕື້ກີບ ເພີ່ມຂຶ້ນ 7,92% ຫຼື 35,78 ຕື້ກີບ.

------------

ໜັງສືພີມເສດຖະກິດ-ສັງຄົມ