ສືກສາເມືອງລອງຈັດຝຶກອົບຮົມ ການສື່ສານດ້ານໂພຊະນາການ

  ເມື່ອອາທິດຜ່ານມາ ທີ່ສະໂມສອນຂອງຫ້ອງການສືກສາທິການ ແລະກີລາເມືອງລອງແຂວງ ຫຼວງນໍ້າທາ, ໄດ້ຈັດຊຸດຝຶກອົບຮົມ ການສື່ສານເພື່ອການປ່ຽນແປງພຶດຕິກໍາ ແລະຄວາມຊິນເຄີຍຂອງສັງຄົມດ້ານໂພຊະນາການໃຫ້ແກ່ຄູ,ນັກຮຽນໃນໂຮງຮຽນມັດທະຍົມຕົ້ນ 4 ແຫ່ງພາຍເມືອງລອງ,ເປັນກຽດເຂົ້າຮ່ວມທ່ານ ອຸນຄໍາ ວົງ ບຸບຜາ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ, ທ່ານ ນາງ ສີວອນ ຈັນມີລາວົງ ຜູ້ຮັບຜີດຊອບ ວຽກງານໂພຊະນາການຂອງໂຄງ ການຮ່ວມມືປັບປຸງໂພຊະນາການ ຫຼື ສະແກວຣິງ, ມີວິທະຍາກອນ, ຄູ-ອາຈານ ແລະນັກຮຽນແຕ່ຊັ້ນ ມ1 ຫາຊັ້ນ ມ4 ທີ່ມາຈາກ 4 ໂຮງຮຽນຄື: ໂຮງຮຽນ ມສ ໄຊ ສະຫວ່າງ, ໂຮງຮຽນ ມສ ເທສະບານເມືອງ, ໂຮງຮຽນ ມຕ ຈຸດສຸມ ແລະໂຮງຮຽນ ມສ ຊຽງກົກ ເຂົ້າຮ່ວມ 40 ກວ່າຄົນ.

 ທ່ານ ນາງ ສີວອນ ຈັນມີລາ ວົງ ຜູ້ຮັບຜີດຊອບວຽກງານໂພຊະນາການຂອງໂຄງການຮ່ວມມືປັບ ປຸງໂພຊະນາການ ຫຼື ສະແກວຣິງ ກໍ່ໄດ້ຍົກໃຫ້ເຫັນເຖິງຈຸດປະສົງ ແລະໂຮງຮຽນເປົ້າໝາຍຂອງໂຄງ ການມີ 7 ໂຮງຮຽນ, ພ້ອມທັງ ໄດ້ອະທິບາຍກ່ຽວກັບຂະບວນ ການຈັດຕັ້ງປະຕິບັດກອງປະຊຸມ ເພື່ອນສອນເພື່ອນ, ໃນການຈັດຊຸດ ຝຶກອົບຮົມຄັ້ງນີ້ສໍາມະນາກອນໄດ້ຮຽນຮູ້ກ່ຽວກັບມິດຕະພາບຂອງການຮູ້ຈັກເຊິ່ງກັນ ແລະກັນ, ຄວາມສະເໝີພາບບົດບາດຍິງ-ຊາຍ ແລະໄວໜຸ່ມເປັນຕົວແທນໃນການປ່ຽນແປງ,ຄວາມສໍາຄັນດ້ານໂພຊະນາການ,ເພດສືກສາ ແລະສຸຂະພາບຈະເລີນພັນ,ນໍ້າ,ສຸຂະພິບານ ແລະສຸຂະນາໄມສ່ວນບຸກຄົນ.

ທັງນີ້ເພື່ອເປັນການສົ່ງເສີມ ວຽກງານໂພຊະນາການ, ບົດບາດຍິງ-ຊາຍ ແລະສຸຂະພາບໄວຈະເລີນພັນ ແລະເປັນການສ້າງຄູຝຶກໃນການຈັດກິດຈະກໍາເພື່ອນສອນ ເພື່ອນໃນໂຮງຮຽນ.

----------------

ໂດຍ: ສົມພອນ ຂຸນດາວົງ