ຄວານຄອມເປີດໂຕເຊນເຊີສະແກນລາຍນິ້ວມື ໃນໜ້າຈໍພຶ້ນທີ່ໃຫຍ່ກວ່າເກົ່າ

  ປີທີ່ຜ່ານມາ Qualcomm ດຳເນີນການແນວແປກກວ່າໝູ່ ດ້ວຍການເປີດໂຕເຊນເຊີສະແກນ ລາຍນິ້ວມືແບບ Ultasonic ໃນ ຂະນະທີ່ຜູ້ຜະລິດອື່ນໆ ຕ່າງເລືອກ ໃຊ້ສະແກນລາຍນິ້ວມືແບບ Opti cal ຊຶ່ງຂໍ້ແຕກຕ່າງຄືລະບົບ Ultr  sonic ຈະໃຊ້ຄື້ນ Ultrasound ເພື່ອອ່ານລາຍນິ້ວມືທີ່ວາງລົງບົນໜ້າຈໍຂະນະສະແກນລາຍນິ້ວມືຂໍ້ດີຄືບໍ່ວ່ານິ້ວຈະປຽກ ຫຼື ມີເຫື່ອກໍຍັງ ສະແກນຕິດໄດ້.

ຫຼ້າສຸດ Qualcomm ໄດ້ເປີດ ໂຕເຊນເຊີສະແກນລາຍນິ້ວມື Ultr sonic ລຸ້ນໃໝ່ 3D Sonic Max ທີ່ມີຂະໜາດສຳລັບສະແກນລາຍນິ້ວມືກວ້າງຂຶ້ນຈາກເດີມເຖິງ 17 ເທົ່າໃນຂະໜາດທີ່ສາມາດສະແກນ ສອງນິ້ວໄດ້ພ້ອມກັນເລີຍ.

ເຊນເຊີທີ່ມີຂະໜາດໃຫຍ່ໄດ້ປະໂຫຍດເລື່ອງຄວາມປອດໄພເຕັມໆ ປະຈຸບັນບໍ່ວ່າຈະເຊນເຊີສະແກນ ລາຍນິ້ວມືບົນໜ້າຈໍແບບ Optical ຫຼື Ultrasonic ຈະມີຂະໜາດສຳລັບສະແກນນິ້ວທີ່ຄ່ອນຂ້າງນ້ອຍ ປະມານ 4ມມx9ມມ ຍິ່ງຄົນນິ້ວ ໃຫຍ່ຍິ່ງເຮັດໃຫ້ຕົວເຊນເຊີອ່ານ ລາຍນິ້ວມືພຽງບາງສ່ວນເທົ່ານັ້ນ ການທີ່ມີເຊນເຊີຂະໜາດໃຫຍ່ຂຶ້ນ ເຮັດໃຫ້ຕົວອ່ານສາມາດສະແກນລາຍນິ້ວມືໄດ້ເຕັມຫຼາຍຂຶ້ນນັ້ນເອງ.

ສຳລັບຕົວ 3D Sonic Max ມີພື້ນທີ່ເຊນເຊີຂະໜາດ 20 ມມx 30 ມມ ຊຶ່ງ Qualcomm ຢືນຢັນວ່າ ເຊນເຊີດັ່ງກ່າວມີຄວາມແນ່ ນອນທີ່ສູງຫຼາຍ  ແລະປອມແປງໄດ້ ຍາກ.