ບໍລິສັດຄໍາເສັງ ມອບເຄື່ອງກີລາໃຫ້ເມືອງໄຊພູທອງ

  ເພື່ອເປັນການສົ່ງເສີມດ້ານການກີລາຂອງເມືອງໄຊພູທອງ ໃຫ້ມີຄຸນນະພາບທາງດ້ານວຽກງານກີລາໃນໄລຍະໃໝ່ໃຫ້ມີການປ່ຽນໄປຢ່າງຕັ້ງໜ້າທີ່ກໍາລັງກະກຽມ ເປີດການແຂງຂັນກີລາທົ່ວເມືອງ ໃສ່ບຸນນະມັດສະການພະທາດໂຜ່ນປະຈໍາ ປີ 2020 ທີ່ຈະມາເຖິງໃນອະນາຄົດອັນໃກ້ນີ້,ສະນັ້ນມາໃນຕອນບ່າຍຂອງວັນທີ 23 ທັນວາ 2019 ທີ່ຫ້ອງວ່າການປົກຄອງເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ- ຮັບເຄື່ອງກີລາຈໍານວນໜຶ່ງທີ່ໄດ້ຮັບການປະການປະກອບສ່ວນຂອງບໍລິສັດຄໍາເສັງຈໍາກັດຜູ້ດຽວ.

 ສໍາລັບເຄື່ອງທີ່ນໍາມາມອບປະກອບມີ:ເສື້ອກີລາ 20 ຊຸດ,ຊຸດເປຕັງ 8 ຊຸດ,ບານເຕະ 10 ໜ່ວຍ,ບານສົ່ງ 10 ໜ່ວຍ,ຕະກໍ້ຫວາຍ 10ໜ່ວຍ,ຕາໜ່າງບານສົ່ງ ແລະຕະກໍ້ລວມມູນຄ່າ 25,5 ລ້ານກີບ ພ້ອມດ້ວຍເງິນສົດ 5 ລ້ານກີບ ກ່າວມອບໂດຍທ່ານ ຄໍາເສັງ ສູນດາລາ ບໍລິສັດຄໍາເສັງຈໍາກັດ ແລະ ກ່າວຮັບເຄື່ອງກີລາໂດຍ ທ່ານ ຫ່ວນ ຮັງບົວສອນ ຮອງເຈົ້າເມືອງໄຊ ພູທອງ.

ຈາກນັ້ນທ່ານຮອງເຈົ້າເມືອງກໍໄດ້ກ່າວສະແດງຄວາມຂອບໃຈມາຍັງບໍລິສັງຄໍາເສັງຈໍາກັດທີ່ໃຫ້ການປະກອບສ່ວນໃຫ້ແກ່ນັກກີລາເມືອງໄຊພູທອງ ໃນຄັ້ງນີ້ ແລະຫວັງວ່າທາງບໍລິສັດຄໍາເສັງ ຈໍາກັດຈະ ຊ່ວຍເຫຼືອສັງຄົມດີໆແບບນີ້ອີກໃນຕໍ່ໜ້າ.

-----------------

ພາບ ຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ