ສະມາດໂຟນຈໍພັບຊຳຊຸງກາແລັກຊີ ໂຟນ 2 ຈະໃຊ້ດິໄຊຝາພັບ ແລະມີລາຄາຖືກ

 The Korea Herald ສື່ຈາກ ສ.ເກົາຫຼື ລາຍງານວ່າ Gal axy Fold 2 ສະມາດໂຟນຈໍພັບ ໄດ້ລຸ້ນຕໍ່ໄປຂອງຊຳຊຸງຈະມີລາຄາ ຖືກກວ່າລຸ້ນທຳອິດເນື່ອງຈາກໄດ້ ຮັບການປັບປ່ຽນດິໄຊດ້ວຍ ແລະ ປັດໄຈອື່ນໆອີກຫຼາຍຢ່າງ.

ແຫຼ່ງຂ່າວວົງໃນໄດ້ລະບຸວ່າ Galaxy Fold 2 ຈະມີດິໄຊຝາພັບ (ຄ້າຍຄືກັບດິໄຊຂອງ Razr 2019 ທີ່ Motorola ຫາກໍເປີດ ໂຕໄປກ່ອນໜ້ານີ້) ເຮັດໃຫ້ມີພື້ນ ທີ່ໜ້າຈໍຫຼຸດລົງປະກອບກັບຄ່າການຜະລິດໜ້າຈໍພັບໄດ້ກໍຍັງຖືກລົງກໍຈະສົ່ງຜົນໃຫ້ Galaxy Fold 2 ມີລາຄາຢູ່ທີ່ປະມານ 1.000 ໂດລາ ສະຫະລັດ ຊຶ່ງຖືກກວ່າ Galaxy Fold ລຸ້ນທຳອິດທີ່ເປີດໂຕດ້ວຍ ລາຄາ 1.980 ໂດລາ.

ຢ່າງໃດກໍດີແຫຼ່ງຂ່າວໄດ້ລາຍ ງານເພີ່ມເຕີມວ່າ Galaxy Fold 2 ຈະໄດ້ຮັບການວາງຈຳໜ່າຍທີ່ສ.ເກົາຫຼີໃນລາຄາປະມານ 840 ໂດລາ ສ່ວນໃນຕະຫຼາດໂລກຈະວາງຈຳໜ່າຍໃນລາຄາ 1.000 ໂດລາ.

ທັງນີ້ Samsung ອາດນຳ Galaxy Fold 2 ລຸ້ນຕົ້ນແບບມາຈັດສະແດງພ້ອມສະມາດໂຟນ ເຮືອທຸງຫຼ້າສຸດຊີຣີ Galaxy S11 ພາຍໃນງານ Mobile World Congress 2020 ຊຶ່ງຈະຈັດຂຶ້ນລະຫວ່າງວັນທີ 24-27 ກຸມພາ2020 ທີ່ເມືອງບາເຊໂລນາປະເທດ ແອັດສະປາຍ.