7 ສັນຍານເຕືອນ ພະຍາດເບົາຫວານ

 ຄົນທີ່ເປັນພະຍາດເບົາຫວານບໍ່ຈຳເປັນຕ້ອງຕຸ້ຍສະເໝີໄປເພາະຄົນທີ່ຈ່ອຍກໍສາມາດເປັນໄດ້ດ້ວຍປັດໄຈຄວາມສ່ຽງຫຼາຍຢ່າງນອກຈາກພຶດຕິກຳແລ້ວກໍຍັງມີເປັນຍ້ອນກຳມະພັນ, ຄວາມຜິດປົກກະຕິຂອງຮ່າງກາຍກໍເປັນສາເຫດໜຶ່ງຂອງການເປັນ ເບົາຫວານ.

  1. ຖ່າຍເບົາຕະຫຼອດຈົນຜິດປົກກະຕິ ຫຼື ຮູ້ສຶກປວດເບົາໝົດມື້ນໍ້າຕານໃນເລືອດສູງ.
  2. ຢາກກິນນໍ້າຫຼາຍກວ່າປົກກະຕິ, ຮູ້ສຶກວ່າດື່ມນໍ້າຫຼາຍເທົ່າໃດກໍບໍ່ເຊົາຢາກນໍ້າ.
  3. ເບື່ອອາຫານ ນໍ້າໜັກຫຼຸດລົງໂດຍບໍ່ຮູ້ສາເຫດ ທັງທີ່ບໍ່ໄດ້ຫຼຸດນໍ້າໜັກ.
  4. ອ່ອນເພຍໄປຕາມຮ່າງກາຍເມື່ອຍງ່າຍ.
  5. ຮູ້ສຶກມຶນຊາ ຕາມຕີນ ແລະມື, ຮູ້ສຶກເຈັບຄືມີເຂັມມາແທງປາຍນິ້ວມື, ນິ້ວຕີນ ຫຼືເອີ້ນວ່າ “ເສັ້ນ ປະສາດອັກເສບ” ແລ້ວກໍອາດມີອາການແບບນີ້ຫຼາຍ ຂຶ້ນເລື້ອຍໆ.
  6. ຮູ້ສຶກຕາມົວ ເບິ່ງບໍ່ເຫັນແຈ້ງ.
  7. ຜິວໜັງແຫ້ງຜິດປົກກະຕິ, ເປັນບາດແຜໄດ້ ງ່າຍ ແລະບາດແຜນັ້ນຕິດເຊື້ອໄດ້ງ່າຍ, ບາດນັ້ນບໍ່ ດີຈັກເທື່ອ

     

    ຮຽບຮຽງໂດຍ: ຟ້າ