ເປີດເສັ້ນທາງຈີນ ສູ່ “ເບີ 1 ເສດຖະກິດໂລກ

   ປະຕິເສດບໍ່ໄດ້ວ່າ ສປ ຈີນ ເຄີຍເປັນປະເທດທຸກຍາກປະຊາຊົນອຶດຫິວລົ້ມຕາຍຫຼາຍລ້ານຄົນແຕ່ປະຈຸບັນເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ເປັນອັນດັບ 2 ຂອງໂລກ ແລະ ມີແຜນກ້າວເປັນເບີ 1 ໃຫ້ໄດ້ແຕ່ຄວາມຝັນນີ້ຍັງມີອຸປະສັກຫຼວງຫຼາຍໃຫ້ຟັນຝ່າ

ເວັບໄຊຊີເອັນບີຊີລາຍງານວ່າຈີນເລີ່ມໄຕ່ລະດັບໃນໄລຍະທ້າຍທົດສະວັດ 70 ດ້ວຍການວາງແຜນເຊີງບຸກຈາກສູນກາງເປີດຕະຫຼາດຫຼາຍຂຶ້ນຢ່າງຕໍ່ເນື່ອງໃຊ້ປະໂຫຍດຈາກຂໍ້ໄດ້ປຽບເລື່ອງແຮງງານລາຄາຖືກເງິນຢວນອ່ອນຄ່າ ແລະ ລະບົບໂຮງງານທີ່ເຂັ້ມແຂງກະຈາຍສິນຄ້າຈີນອອກໄປທົ່ວໂລກປັດໄຈທັງໝົດປ່ຽນແປງເສດຖະກິດຈີນຊົນນະບົດລົ້ມລະລາຍກາຍເປັນມະຫາອຳນາດທີ່ຮຸ່ງເຮືອງຫຼາກຫຼາຍ ແລະ ມຸ່ງໝັ້ນສູ່ຄວາມເປັນເບີ 1 ໂລກຈີນໄຕ່ລະດັບຂຶ້ນມາເປັນເບີ 2 ຂອງໂລກໃນຂະນະນີ້ດ້ວຍຕົວເລກຜະລິດຕະພັນລວມພາຍໃນ (ຈີດີພີ) ທີ່ລະດັບ 13,1 ພັນຕື້ໂດລາສະຫະລັດແມ່ນວ່າຍັງຕາມຫຼັງອາເມລິກາແຕ່ກໍໃກ້ເຂົ້າໄປທຸກທີຜູ້ຊ່ຽວຊານຄາດວ່າເສດຖະກິດຈີນທີ່ປີ 2020 ເຕີບໂຕພຽງ 6% ກວ່າຈະເປັນໄປຕາມເປົ້າໝາຍທີ່ກຳນົດໄວ້ໃຫ້ເຕີບໂຕ 2 ເທົ່າລະ ຫວ່າງປີ 2011-2020 ແຕ່ອີກມູມໜຶ່ງຈີນກໍເປັນປະເທດທີ່ເສຍຫາຍຈາກສົງຄາມການຄ້າກັບອາເມລິກາ

ສະນັ້ນວອລສະຕຣີດມອງວ່າບັນຫາໃນປີ 2020 ອາດເປັນຈຸດປ່ຽນກໍໄດ້ເມື່ອມອງໄປຂ້າງໜ້າຕາມກອບເວລາມີເຫດຜົນຫຼາຍຢ່າງເຮັດໃຫ້ເຊື່ອໄດ້ວ່າຄວາມ ພະຍາຍາມເດີນໜ້າສູ່ເບີ 1 ໂລກຂອງຈີນຈະໄດ້ແຮງສົ່ງທີ່ຊົງພະລັງຂັບເຄື່ອນໂດຍການຂະຫຍາຍສິ່ງທີ່ເຄີຍຊຸກຍູ້ການເຕີບໂຕໃຫ້ກັບເສດຖະກິດເມື່ອທົດສະວັດທີ່ຜ່ານມາສຳລັບໂອກາດໃນການລົງທຶນຈີນລົງທຶນໜັກຫຼາຍໃນເທກໂນໂລຊີ 5 ຈີ ສ່ວນໜຶ່ງຂອງຄວາມພະຍາຍາມສ້າງຄວາມທັນສະໃໝ ແລະ ຄວາມເປັນເມືອງຈຸດປະສົງເພື່ອໃຫ້ຄອບຄົວເຊື່ອມຕໍ່ອິນເຕີເນັດເພື່ອຄວາມອັດຕະໂນມັດສ່ວນນັກຮຽນກໍສາມາດຮຽນຮູ້ເໝືອນຈິງທີ່ເອື້ອປະໂຫຍດໃຫ້ໃນທຸກມິຕິຕັ້ງແຕ່ການສິດສອນອອນລາຍໄປຈົນເຖິງການເຮັດບົດຝຶກຫັດຢູ່ກັບເຮືອນ.

--------------------

ໜັງສືພີມເສດຖະກິດ-ສັງຄົມ