“ເນັດຟລິກຊ” ຂຶ້ນແທ່ນຫຸ້ນເພີ່ມຂຶ້ນແຮງສຸດໃນຮອບ 1 ທົດສະວັດ

  ສຳນັກຂ່າວຊີເອັນບີຊີລາຍງານວ່າຫຸ້ນເນັດຟລິກຊນັບເປັນຫຸ້ນທີ່ປັບຕົວດີທີ່ສຸດໃນຮອບ 1 ທົດສະວັດໂດຍໃຫ້ຜົນຕອບແທນຫຼາຍກວ່າ 4.000% ທັງນີ້ ໃນໄລຍະຕົ້ນທົດສະວັດ 2010 ເນັດ ຟລິກຊ ມີສະມາຊິກພຽງ 12 ລ້ານຄົນ ແລະ ມີມູນຄ່າຕະຫຼາດບໍ່ທໍ່ໃດຕື້ໂດລາສະຫະລັດ.

ຢ່າງໃດກໍດີ ຂະນະນີ້ທາງບໍລິສັດມີສະມາຊິກເກືອບ 160 ລ້ານ ຄົນທົ່ວໂລກ ແລະມູນຄ່າຕະຫຼາດ ເພີ່ມຂຶ້ນເກືອບ 1,5 ຮ້ອຍຕື້ໂດລາ ເຮັດໃຫ້ເນັດຟລິກຊເປັນ 1 ໃນ 40 ບໍລິສັດທີ່ມີມູນຄ່າຫຼາຍທີ່ສຸດໃນອາເມລິກາ.

ຫາກນັກລົງທຶນຊື້ຫຸ້ນເນັດຟລິກຊມູນຄ່າ 1 ລ້ານໂດລາ ໃນວັນທີ 1 ມັງກອນ 2010 ລາຄາຫຸ້ນດັ່ງກ່າວຈະມີມູນຄ່າເກືອບ 43 ລ້ານໂດລາໃນວັນທີ 23 ທັນວາ ຫຼືໃຫ້ຜົນຕອບແທນສູູງເຖິງ 4,181% ເມື່ອນັບຈາກລາຄາປິດຕະຫຼາດໃນວັນທີ 20 ທັນວາ ເຮັດໃຫ້ຫຸ້ນເນັດຟລິກຊໃຫ້ຜົນຕອບແທນຫຼາຍກວ່າບໍລິສັດອື່ນໆໃນດັດຊະນີເອສແອນພີ 500.

ທັງນີ້ເນັດຟລິກຊໄດ້ຖືກລວມໃນການຄຳນວນດັດຊະນີເອສແອນ ພີ 500 ໃນເດືອນທັນວາ 2010 ໂດຍເຂົ້າມາທົດແທນຫຸ້ນຂອງໜັງສືພິມນິວຢອກທາມ.

-------------------

ໜັງສືພີມເສດຖະກິດ-ສັງຄົມ