ຈາກາຕາ ເລ່ງພັດທະນາລົດອີວີ ເພື່ອແກ້ໄຂ ມົນລະພິດທາງອາກາດໃນເມືອງຫຼວງ

  ຈາກາຕາເລ່ງພັດທະນາລົດອີວີລົບພາບເມືອງຫຼວງເລື່ອງມົນລະພິດຊຶ່ງການເຄື່ອນໄຫວຄັ້ງນີ້ຈະຊ່ວຍເພີ່ມປະສິດທິພາບດ້ານການຫຼຸດຕົ້ນທຶນໃຫ້ປະຊາຊົນຫັນມາຍອມຮັບລົດໄຟຟ້າຫຼາຍຂຶ້ນ

ນະຄອນຫຼວງຈາກາຕາເລ່ງພັດທະນາລົດຂັບເຄື່ອນດ້ວຍໄຟຟ້າໝົດທັງຄັນຫວັງແກ້ບັນຫາສະພາບອາກາດໃນເມືອງຫຼວງທີ່ຮ້າຍແຮງ ແລະ ລົບພາບລັກໜຶ່ງໃນເມືອງຫຼວງໃນກຸ່ມຊາດສະມາຊິກອາຊີຕາເວັນອອກສຽງໃຕ້ (ອາຊຽນ) ທີ່ມີມົນລະພິດສູງສຸດບັນດາບໍລິສັດໃນອຸດສາຫະກຳຄົມມະນາຄົມຂົນສົ່ງທົ່ວປະເທດ ໂດຍສະເພາະໃນນະຄອນຫຼວງຈາກາຕາພະຍາຍາມພັດທະນາລົດຂັບເຄື່ອນດ້ວຍໄຟຟ້າໝົດຄັນ (ອີວີ) ໃຫ້ເຂົ້າມາມີບົດບາດຫຼາຍຂຶ້ນໃນອຸດສາຫະກຳຍານຍົນຂອງປະເທດຊຶ່ງຖືເປັນເປົ້າໝາຍອັນທະເຍີທະຍານຂອງອິນໂດເນເຊຍທີ່ຍັງຂາດແຄນດ້ານໂຄງສ້າງພື້ນຖານສຳລັບການພັດທະນາລົດອີວີໃນປະລິມານຫຼາຍ ຄວາມພະຍາຍາມໃນເລື່ອງນີ້ຂອງເອກະຊົນອິນໂດເນເຊຍຖືວ່າມາຖືກທີ່ຖືກເວລາເນື່ອງຈາກບັນຫາສະພາບແວດລ້ອມລວມທັງບັນຫາສະພາບອາກາດທີ່ຮ້າຍແຮງກຳລັງປົກຄຸມຈາກາຕາເມືອງຫຼວງຂອງອິນໂດເນເຊຍຢ່າງໜັກຈົນເຖິງຂັ້ນວິກິດ ແລະ ລັດຖະບານອິນໂດເນເຊຍປະສົບຄວາມຫຼົ້ມແຫຼວໃນການ ແກ້ບັນຫາເຫຼົ່ານີ້ຢ່າງສິ້ນເຊີງເຖິງວ່າອິນໂດເນເຊຍຈະລົງນາມຮັບຮອງຂໍ້ຕົກລົງສະພາບອາກາດປ່ຽນແປງໃນນະຄອນຫຼວງປາຣີ ເມື່ອປີ 2015

ແກ໊ຣບບໍລິສັດໃຫ້ບໍລິການລົດຊຶ່ງມີຖານດຳເນີນງານໃນນະຄອນຫຼວງຈາກາຕາປະກາດໃນອາທິດທີ່ແລ້ວວ່າຈະເພີ່ມລົດໄຟຟ້າຮຸນໄດ 20 ຄັນ ແລະ ສະກຸດເຕີ ໄຟຟ້າຈີຊິດ 10 ຄັນໃຫ້ບໍລິການໃນຈາກາຕາເລີ່ມຕັ້ງແຕ່ເດືອນມັງກອນປີໜ້າພ້ອມທັງຕັ້ງເປົ້າເພີ່ມຈຳນວນລົດໄຟຟ້າໃຫ້ໄດ້ 500 ຄັນໄວ້ບໍລິການລູກຄ້າພາຍໃນທ້າຍປີ 2020 ໂດຍຈີຊິດເປັນຜູ້ຜະລິດສະກຸດເຕີໄຟຟ້າແຫ່ງທຳອິດຂອງອິນໂດເນເຊຍທີ່ລັດຖະບານໃຫ້ເງິນສະໜັບສະໜູນ.

-----------------

ໜັງສືພີມເສດຖະກິດ-ສັງຄົມ