ໄອເອັມເອຟ ຮຽກຮ້ອງອິນເດຍແກ້ບັນຫາການລໍຕົວຂອງເສດຖະກິດ

ກອງທຶນການເງິນສາກົນຫຼືໄອເອັມເອຟ ຮຽກຮ້ອງໃຫ້ລັດຖະບານອິນເດຍດຳເນີນການຢ່າງເລັ່ງດ່ວນເພື່ອແກ້ບັນຫາການລໍຕົວທາງເສດຖະກິດໄອເອັມເອຟ ລະບຸວ່າບັນຫາການບໍລິໂພກ ແລະ ການລົງທຶນທີ່ຫຼຸດລົງລວມທັງລາຍໄດ້ຈາກພາສີທີ່ຫຼຸດລົງ ແລະ ປັດໄຈອື່ນໆກຳລັງເຮັດໃຫ້ເສດຖະກິດຂອງອິນເດຍຊຶ່ງເປັນໜຶ່ງໃນປະເທດທີ່ມີເສດຖະກິດເຕີບໂຕໄວທີ່ສຸດໃນໂລກເກີດພາວະລໍຕົວ

ໄອເອັມເອຟພາກພື້ນອາຊີ ແລະ ປາຊີຟິກລະບຸວ່າອິນເດຍຊຶ່ງຫາກໍຍົກລະດັບຜູ້ຄົນນັບລ້ານໃຫ້ພົ້ນຈາກຄວາມທຸກຍາກສຳເລັດກຳລັງຕົກຢູ່ທ່າມກາງການລໍຕົວທາງເສດຖະກິດ ແລະ ການແກ້ໄຂບັນຫາດັ່ງກ່າວກໍບໍ່ແມ່ນເລື່ອງງ່າຍເພາະການຈະກະຕຸ້ນການໃຊ້ຈ່າຍເພື່ອຮອງຮັບການເຕີບໂຕຈະຍິ່ງເພີ່ມພາລະໜີ້ ແລະ ພາລະດອກເບ້ຍທີ່ສູງຢູ່ແລ້ວ.

ຂໍ້ມູນຂອງລັດຖະບານອິນເດຍລະບຸວ່າໃນໄລຍະເດືອນກໍລະກົດເຖິງກັນຍາທີ່ຜ່ານມາເສດຖະກິດຂອງອິນເດຍມີການເຕີບໂຕພຽງ 4,5% ຈາກ 7% ເມື່ອປີທີ່ແລ້ວຂະນະທີ່ທະນາຄານກາງກໍປັບຫຼຸດການຄາດການການເຕີບໂຕປະຈຳປີລົງເຫຼືອ 5% ຈາກເດີມທີ່ຄາດໄວ້ 6,1% ເນື່ອງຈາກອຸປະສົງຂອງຜູ້ບໍລິໂພກ ແລະການຜະລິດທີ່ຫຼຸດລົງ.

-------------------

ໜັງສືພີມເສດຖະກິດ-ສັງຄົມ