ນັກວິເຄາະດັງເປີດເຜີຍໄອໂຟນປີ 2021 ອາດຈະຕັດທຸກຊ່ອງສຽບເນັ້ນບໍ່ມີສາຍເຕັມຕົວ

  ນັກວິເຄາະສິນຄ້າ Apple ຊື່ດັງ Ming-Chi Kuo ໄດ້ອອກ ມາເປີດເຜີຍການປ່ຽນແປງຄັ້ງສຳຄັນຂອງ iPhone ລະຫວ່າງ ປີ 2020 ແລະ 2021 ອອກມາ ສຳລັບລູກຄ້າທີ່ຂ້າມລຸ້ນປະຈຸບັນມາເບິ່ງນຳກັນວ່າການປ່ຽນແປງຂອງ iPhone ໃນໄລຍະ 1-2 ປີຂ້າງໜ້າຈະມີຫຍັງແດ່.

    ໃນປີ 2020 ຈະມີ iPhone ລຸ້ນໃໝ່ທັງໝົດ 5 ລຸ້ນຄື:

  - iPhone SE 2 ມືຖືລາຄາປະຢັດຂອງ iPhone ມາພ້ອມກັບໜ້າຈໍຂະໜາດ 4,7ນິ້ວ ແລະມີ ກ້ອງຫຼັງຕົວດຽວພ້ອມກັບ  Panel  ແບບ LCD ບໍ່ຮອງຮັບ  5G.

  - iPhone  ຂະໜາດໜ້າຈໍ 5,4 ນິ້ວໜ້າຈໍແບບ OLED ໄດ້ກ້ອງ ຫຼັງ 2 ຕົວຮອງຮັບ 5G.

  - iPhone ຂະໜາດໜ້າຈໍ 6,1 ນິ້ວໜ້າຈໍແບບ OLED ລຸ້ນ ກ້ອງຫຼັງຄູ່ຮອງຮັບ 5G.

  - iPhone ຂະໜາດໜ້າຈໍ 6,1 ນິ້ວໜ້າຈໍແບບ OLED ລຸ້ນ ກ້ອງຫຼັງ 3 ຕົວຮອງຮັບ 5G.

  - iPhone ຂະໜາດໜ້າຈໍ 6,7 ນິ້ວໜ້າຈໍແບບ OLED ມີກ້ອງ  ຫຼັງທັງໝົດ 3 ຕົວຮອງຮັບ 5G.

   ບອກໄດ້ວ່າເປັນການປ່ຽນແປງຂອງ iPhone ທີ່ໜ້າຈັບຕາຄື ປີ 2021 ເພາະຈະມີການແບ່ງລຸ້ນບົນສຸດໆເໝືອນກັບສະໃໝ iPhone 8 ແລະ iPhone X ຈະປ່ຽນແປງການເຊື່ອມຕໍ່ແລະຊາກໄຟທັງໝົດເປັນລະບົບໄຮ້ສາຍລວມທັງ iPhone SE ລຸ້ນປີ 2021 ຈະໄດ້ໜ້າຈໍເຕັມຄ້າຍຄືກັບ iPhone ໃນລຸ້ນປະຈຸບັນ ແລະຍ້າຍ Touch ID ໄປທີ່ປຸ່ມເປີດ/ປິດຕົວເຄື່ອງ.

  ເຫັນແບບນີ້ຖືວ່າໜ້າຕື່ນເຕັ້ນແລະໜ້າຕິດຕາມວ່າ iPhone ຕໍ່ໄປຈະເປັນແບບນີ້ແທ້ ຫຼືບໍ່ຕ້ອງຕິດຕາມກັນຕໍ່ໄປ.

_________

 ໜັງສືພິມເສດຖະກິດ-ສັງຄົມ