ພຽງໃຊ້ 3 ຜະລິດຕະພັນນີ້ທັງເຊົ້າ ແລະແລງ ຜິວຈະນຸ້ມນວນຂຶ້ນ

  ຖືວ່າຕອນນີ້ກຳລັງເປັນກະແສນິຍົມສຳລັບ ການມີຜິວຂາວສຸຂະພາບດີ ຊຶ່ງການມີຜິວຂາວນອກ ຈາກຈະດູແລຕົວເອງໃຫ້ມີສຸຂະພາບດີແລ້ວການທາ ຄີມ ຫຼື ໃຊ້ຄີຣມບຳລຸງຜິວກໍສຳຄັນວັນນີ້ເຮົາເລີຍບໍ່ ພາດທີ່ຈະນຳສາມຜະລິດຕະພັນທີ່ຈະຊ່ວຍໃຫ້ທ່ານ ຂາວສົມໃຈມາຝາກກັນ ຊຶ່ງຈະມີຜະລິດຕະພັນໃດແນ່ນັ້ນເຮົາມາເບິ່ງກັນເລີຍ.

  • ສະບູອາບນໍ້າເບນເນທ: ສຳລັບຄົນທີ່ມີຜິວມັນ ດ່າງ ຂໍແນະນຳສະບູອາບນໍ້າ ເບນເນທ C&E ຊຶ່ງກໍຫາຊື້ໄດ້ງ່າຍຕາມຕະຫຼາດທົ່ວໄປ.
  • ເກືອຂັດຜິວ: ນໍາເອົາເກືອມາຂັດຕາມລໍາຕົວ ໂດຍນວນເບົາໆປະມານ 10-15 ນາທີ ຫຼັງຈາກນັ້ນ ລ້າງອອກດ້ວຍນໍາສະອາດຫຼັງຈາກໃຊ້ແລ້ວເມື່ອລ້າງ ອອກຈະຮູ້ສຶກວ່າຜິວຈະນຸ້ມນວນຂຶ້ນແຖມຍັງມີກິ່ນ ຫອມອີກດ້ວຍ.
  • ໂລຊັ່ນວາສລິນ B3: ຫຼັງຈາກຂັດຜິວອາບນໍ້າ ແລ້ວກໍທາຜິວດ້ວຍໂລຊັ່ນວາສລິນ B3 ເພາະໂລຊັ່ນ ຈະຊ່ວຍໃຫ້ຜິວກະຈ່າງໃສຂຶ້ນ.

ພຽງໃຊ້ແຕ່ 3 ຜະລິດຕະພັນນີ້ທັງເຊົ້າ ແລະແລງ ໃນເວລາອາບນໍ້າຜິວກໍຈະຂາວຂຶ້ນພາຍໃນ 1 ເດືອນ ແລະຍັງບໍ່ຕ້ອງກັງວົນວ່າຈະໄດ້ຮັບຜົນຂ້າງຄຽງຕໍ່ຜິວ, ຕໍ່ສຸຂະພາບໃດໆທັງນັ້ນຖ້າໃຜຢາກມີຜິວຂາວສຸຂະພາບດີກໍລອງນຳສູດນີ້ໄປໃຊ້ເບິ່ງເດີ.

---------

ຮຽບຮຽງໂດຍ: ຟ້າ