ເນັ້ນ ຍທຂ ຈຳປາສັກເອົາໃຈໃສ່ຫຼາຍບັນຫາ

 ວັນທີ 30 ມັງກອນ ຜ່ານມາ, ທ່ານ ສົມສະນິດ ວຸດຕິວົງ ຮອງເຈົ້າແຂວງໆຈໍາປາສັກ, ໄດ້ລົງເຄື່ອນໄຫວຊີ້ນໍາວຽກງານຢູ່ພະແນກໂຍທາທິການ ແລະຂົນສົ່ງແຂວງເພື່ອກະກຽມຄວາມພ້ອມໃສ່ກອງປະຊຸມໃຫຍ່ສາມຂັ້ນຂອງແຂວງຊຶ່ງທ່ານໄດ້ເນັ້ນໜັກຫຼາຍບັນຫາທີ່ພົວພັນເຖິງວຽກງານການເມືອງ ແລະວຽກງານວິຊາສະເພາະຂອງຂະແໜງການກ່ຽວຂ້ອງເພື່ອໃຫ້ໄປໃນທິດທາງດຽວທີ່ພັກ ແລະລັດກໍານົດໄວ້.

  ໃນກອງປະຊຸມທ່ານ ສຸກກະເສີມ ປາກດີມະນີວົງ ຫົວໜ້າພະແນກ ຍທຂ ແຂວງຈໍາປາສັກ, ໄດ້ກ່າວລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ, ໂດຍໄດ້ລາຍງານຢ່າງລະອຽດກ່ຽວກັບບັນດາໜ້າວຽກຕ່າງໆເຊັ່ນ: ວຽກງານດ້ານການເມືອງແນວຄິດ, ວຽກງານສາມສ້າງ, ວຽກງານຈັດ ຕັ້ງພະນັກງານ, ວຽກງານບໍລິຫານ, ວຽກງານກວດກາ, ວຽກງານກໍ່ສ້າງພື້ນຖານໂຄງລ່າງ, ວຽກງານຄຸ້ມ ຄອງທາງນໍ້າ, ວຽກງານຄຸ້ມຄອງເຄຫາ-ຜັງເມືອງ ແລະສິ່ງແວດລ້ອມ,ວຽກງານຄຸ້ມຄອງທາງນໍ້າ,ຄຸ້ມຄອງທາງການຂົນສົ່ງ,ວຽກງານຂົນສົ່ງສິນຄ້າ,ວຽກງານຂົນສົ່ງໂດຍສານ,ວຽກງານຄວາມປອດໄພ, ວຽກ ງານຄຸ້ມຄອງເຄຫາ ແລະວັງເມືອງ, ວຽກງານຄຸ້ມຄອງພາຫະນະ ແລະການຂັບຂີ່, ວຽກງານການຄຸ້ມຄອງທາງນໍາ, ວຽກການບິນ, ວຽກງານການບໍລິການນ້ໍາປະປາ ແລະວຽກງານອື່ນໆ.

  ຊຶ່ງທ່ານໄດ້ຊີ້ແຈງເຖິງຕົ້ນປາຍສາເຫດທີ່ເຮັດໃຫ້ບັນດາໜ້າວຽກດັ່ງກ່າວມີຜົນສໍາເລັດໄວ, ຊ້າ ແລະບໍ່ມີຜົນສໍາເລັດໃຫ້ຮູ້ຢ່າງລະອຽດ ແລະຈະແຈ້ງ, ໂດຍ ສະເພາະແມ່ນວຽກງານການກໍ່ສ້າງພື້ນຖານໂຄງລ່າງຖະໜົນຫົນທາງທີ່ຍັງມີຫາງສຽງຈົ່ມວ່າຈາກສັງຄົມ, ວຽກງານນໍ້າປະປາທີ່ຈະໄດ້ຮັບທຶນຊ່ວຍເຫຼືອຈາກ     ຕ່າງປະເທດເພື່ອຂະຫຍາຍການບໍລິການສູ່ເມືອງອື່ນໆທີ່ຍັງບໍ່ທັນມີນໍ້າປະປາໃຊ້, ຊີ້ແຈ້ງບັນຫາເລື່ອງເກັບຄ່າທາງໄປປາກຊ່ອງ ແລະຊີ້ແຈ້ງບັນຫາອື່ນໆຕໍ່ທ່ານ ຮອງເຈົ້າແຂວງ.

    ຫຼັງຈາກຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານແລ້ວ, ທ່ານ ສົມສະນິດ ບຸດຕິວົງ ໄດ້ມີຄໍາເຫັນໂອ້ລົມ ແລະ ໄດ້ຍ້ອງຍໍຊົມເຊີຍຕໍ່ການບໍລິ ຫານ, ການນໍາພາທີ່ເຫັນວ່າມີການພັດທະນາໃນທ່າຕັ້ງ ແລະໂປ່ງໃສ, ພ້ອມດຽວກັນນີ້ທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ຕື່ມໃນວຽກງານການນໍາພາ, ວຽກງານການສຶກສາອົບຮົມວຽກງານການເມືອງແນວຄິດ, ວຽກງານແຜນພັດທະນາເສດຖະກິດ-ສັງຄົມຫັນແຜນພັດທະນາເສດຖະກິດ-ສັງຄົມໃຫ້ມີຄວາມຮັບປະກັນ ເພາະມັນຈະເປັນຜົນປະໂຫຍດແກ່ປະເທດຊາດ, ຮັບປະກັນຫາງສຽງວິພາກວິຈານຈາກສັງຄົມ.