ເທສລາກູ້ເງິນຈີນ 1,4 ຕື້ໂດລາ ກຽມສ້າງຕັ້ງໂຮງງານໃນຊຽງໄຮ້

  ເທສລາກູ້ເງິນ 1,4 ຕື້ໂດລາສະຫະລັດ ຈາກທະນາຄານ ສປ ຈີນ ກຽມສ້າງຕັ້ງໂຮງງານຜະລິດລົດເພີ່ມແຫ່ງໃໝ່ໃນຊຽງໄຮ້.

  ສຳນັກຂ່າວຕ່າງປະເທດລາຍງານວ່າເທສລາບໍລິສັດຜູ້ຜະລິດລົດໄຟຟ້າລາຍໃຫຍ່ຂອງອາເມລິກາໄດ້ເຮັດຂໍ້ຕົກລົງກູ້ຢືມເງິນກັບທະນາຄານຂອງຈີນເປັນຈຳນວນ 10 ຕື້ຢວນ ຫຼື ປະມານ 1,4 ຕື້ໂດລາ ເປັນໄລຍະເວລາ 5 ປີ ເພື່ອໃຊ້ສຳລັບຕັ້ງໂຮງງານ 3 ແຫ່ງ ທີ່ຈະໃຊ້ເປັນຖານການຜະລິດລົດແຫ່ງໃໝ່ທີ່ຊຽງໄຮ້ແຫຼ່ງຂ່າວວົງໃນເປີດ ເຜີຍວ່າມີທະນາຄານຫຼາຍແຫ່ງໄດ້ຮ່ວມເຮັດຂໍ້ຕົກລົງການກູ້ຢືມເງິນກັບເທສລາເພື່ອສະໜັບສະໜູນການສ້າງໂຮງງານແຫ່ງໃໝ່ທີ່ຈະມີຂຶ້ນເຊັ່ນທະນາຄານກໍ່ສ້າງຈີນທະນາຄານເພື່ອການພັດທະນາຜູ້ຕົງແຫ່ງຊຽງໄຮ້ທະນາຄານເພື່ອການອຸດສາຫະກຳ ແລະ ການຄ້າເປັນຕົ້ນເມື່ອຕົ້ນປີນີ້ທະນາຄານຈີນໄດ້ສະເໜີທາງການເງິນເພື່ອອຳນວຍຄວາມສະດວກດ້ານການລົງທຶນໃຫ້ກັບເທສລາເປັນເວລາ 12 ເດືອນ ມີມູນຄ່າສູງເຖິງ 3,5 ຕື້ຢວນ ຊຶ່ງຈະຄົບກຳນົດຊຳລະໃນວັນທີ 4 ມີນາ 2020.

  ຂະນະທີ່ແຫຼ່ງຂ່າວອີກລາຍໜຶ່ງຊີ້ວ່າສ່ວນໜຶ່ງຂອງເງິນກູ້ກ້ອນໃໝ່ຈະຖືກນຳໄປໃຊ້ໃນການກູ້ເງິນກ່ອນນີ້ ແລະສ່ວນທີ່ເຫຼືອຈະນຳໄປກໍ່ສ້າງໃນໂຮງງານຕາມແຜນທີ່ວາງໄວ້.

------------------

ໜັງສືພີມເສດຖະກິດ-ສັງຄົມ