ເມັກຊິກກ່າວຫາໂບລີວີຄຸກຄາມນັກການທູດ

ກະຊວງການຕ່າງປະເທດເມັກຊິກກ່າວຫາເຈົ້າໜ້າທີ່ຄວາມໝັ້ນຄົງ ແລະ ຂ່າວກອງຂອງໂບລີວີຕື່ມອີກວ່າຄຸກຄາມນັກການທູດເມັກຊິກໃນນະຄອນລາປາສຂອງໂບລີວີທັງທີ່ປະທານາທິບໍດີເມັກຊິກກ່າວໃນວັນກ່ອນວ່າຄວາມສຳພັນຂອງສອງປະເທດດີຂຶ້ນແລ້ວຫຼັງຈາກມີບັນຫາເພາະເມັກຊິກໃຫ້ອະດີດປະທານາທິບໍດີໂບລີວີລີ້ໄພ

ກະຊວງການຕ່າງປະເທດເມັກຊິກຖະແຫຼງເມື່ອວັນອັງຄານວ່າຕຳຫຼວດໂບລີວີລົງບັນທຶກຄົນເຂົ້າອອກສະຖານທີ່ທາງການທູດຂອງເມັກຊິກຕິດຕາມຍວດຍານພາຫະນະຂອງການທູດ ແລະ ພະຍາຍາມຂັດຂວາງບໍ່ໃຫ້ນັກການທູດເມັກຊິກເດີນທາງຢ່າງອິດສະລະເປັນການກະທຳທີ່ເຫັນໄດ້ຊັດເຈນວ່າບໍ່ສອດຄ່ອງກັບການປະຕິບັດທົ່ວໄປເລື່ອງການກວດກາ ແລະ ຄຸ້ມຄອງສະຖານທີ່ທາງການທູດອະທິບາຍໄດ້ຢ່າງດຽວວ່າເປັນເລື່ອງການເມືອງພາຍໃນສ່ວນເມື່ອວັນຈັນທີ່ຜ່ານມາເມັກຊິກຮ້ອງຮຽນວ່າໂບລີວີສົ່ງເຈົ້າໜ້າທີ່ຂ່າວກອງ ແລະ ຄວາມໝັ້ນຄົງມາກວດກາຫຼາຍເກີນຄວາມຈຳເປັນເຖິງ 150 ຄົນ ດ້ານປະທານາທິບໍດີອັນເດຣສ ມາ ນູເອລ ໂລເປຊ ໂອບຣາດໍ ຂອງເມັກຊິກກ່າວລະຫວ່າງການຖະແຫຼງຂ່າວຕາມປົກກະຕິໃນວັນອັງຄານທີ່ຜ່ານມາ

ແຕ່ຕໍ່ມາກໍຊາບວ່າສະຖານະການການກວດກາສະຖານທູດເມັກຊິກໃນໂບລີວີໄດ້ຫຼຸດຜ່ອນລົງແລ້ວແຕ່ກໍຍັງມີຫຼາຍຢ່າງທີ່ຈະຕ້ອງສະສາງໃຫ້ຮຽບຮ້ອຍ.

-----------------

ໜັງສືພີມເສດຖະກິດ-ສັງຄົມ