ເຟດອັດສີດສະພາບຄ່ອງ 24,8 ຕື້ໂດລາ

ທະນາຄານກາງອາເມລິກາ (ເຟດ) ໄດ້ອັດສີດສະພາບຄ່ອງເຂົ້າສູ່ຕະຫຼາດການເງິນ 24,8 ຕື້ ໂດລາສະຫະລັດໃນວັນທີ 24 ທັນ ວາກ່ອນທີ່ຈະເຖິງວັນພັກເນື່ອງໃນເທສະການບຸນຄຣິສມາສ ໂດຍເຟດໄດ້ເພີ່ມສະພາບຄ່ອງຜ່ານທາງຂໍ້ຕົກລົງ reverse repro ປະເພດອາຍຸ 2 ວັນ

ການແຊກແຊງຕະຫຼາດຂອງເຟດຜ່ານທາງ repro ຄັ້ງນີ້ມີເປົ້າໝາຍເພື່ອສ້າງຄວາມເຊື່ອໝັ້ນວ່າລະບົບການເງິນມີສະພາບຄ່ອງພຽງພໍທີ່ຈະເຮັດໃຫ້ດອກເບ້ຍເງິນກູ້ໄລຍະສັ້ນມີສະຖຽນລະພາບ ແລະ ສອດຄ່ອງກັບເປົ້າໝາຍຂອງເຟດໄດ້ເຂົ້າແຊກແຊງຕະຫຼາດດ້ວຍວິທີການດຽວກັນນີ້ມາຕັ້ງແຕ່ກາງເດືອນກັນຍາທີ່ຜ່ານມາ ແລະ ເຄີຍລະບຸເຖິງການດຳເນີນການຜ່ານທາງ repro ວ່າເປັນເລື່ອງປົກກະຕິໃນທາງເຕັກນິກ ແລະ ມີຄວາມໝາຍທາງເສດຖະກິດໃນວົງ ກວ້າງ ເມື່ອວັນທີ 24 ກັນຍາທີ່ ຜ່ານມາ ເຟດສາຂານິວຢອກ ໄດ້ ເຮັດການອັດສີດເມັດເງິນເຂົ້າສູ່ຕະຫຼາດການເງິນເພື່ອເພີ່ມສະຖຽນລະພາບໃນຕະຫຼາດຫຼັງຈາກທີ່ເກີດຄວາມຜັນຜວນຕໍ່ອັດຕາດອກເບ້ຍເງິນກູ້ຂ້າມຄືນທ່າມກາງສະພາບຄ່ອງທີ່ຕຶງຕົວໂດຍເຟດນິວຢອກໄດ້ອັດສີດເງິນ 30 ຕື້ໂດລາ ຜ່ານ ທາງ repro ໄລຍະ 14 ວັນ ນອກເໜືອຈາກການອັດສີດສະພາບ ຄ່ອງ 75 ຕື້ໂດລາ ຜ່ານທາງ repro ຂ້າມຄືນ

ເຟດນິວຢອກຈະອັດສີດສະພາບຄ່ອງ 75 ຕື້ໂດລາຜ່ານທາງ repro ຂ້າມຄືນເປັນປະຈຳທຸກວັນຈົນເຖິງວັນທີ 10 ຕຸລາ ແລະ                            ຈະດຳເນີນມາດຕະການ repro ໄລຍະ 14 ວັນອີກ 2 ຄັ້ງທີ່ຕົກເປັນວົງເງິນຢ່າງໜ້ອຍ 30 ຕື້ໂດລາ.

 ---------------------

ໜັງສືພີມເສດຖະກິດ-ສັງຄົມ