ຈັດກິດຈະກຳ ຖາມ-ຕອບ ວິທະຍາສາດ

 ເພື່ອເປັນການທົດສອບຄວາມຮູ້ຄວາມສາມາດຂອງນ້ອງນັກຮຽນ-ນັກສຶກສາຊັ້ນມັດທະຍົມປາຍເມື່ອອາທິດຜ່ານມາທີ່ໂຮງຮຽນ SOS ແຮກມານໄມເນີ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ສູນ ICT ພະແນກສຶກສາທິການ ແລະກີລາແຂວງຫຼວງພະບາງໄດ້ຈັດກິດຈະກຳຖາມ-ຕອບວິທະຍາສາດຄອມພິວເຕີ-ພາສາອັງກິດ ແລະການປຸງແຕ່ງອາຫານສຳລັບນັກຮຽນຊັ້ນມັດທະຍົມປາຍຄັ້ງທີ IV ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສົມລິດ ຈັນທະມາລີ ຮອງຫົວໜ້າພະແນກສຶກສາທິການ ແລະກີລາແຂວງຫຼວງພະບາງ, ທ່ານນາງ ບຸນທະວີ ຈັນທະວົງສາ ຫົວໜ້າສູນ ICT ພະແນກສຶກສາທິການ ແລະກີລາ ແຂວງ, ມີທ່ານຄະນະອໍານວຍການໂຮງຮຽນ, ຄະນະຮັບຜິດຊອບ, ພະນັກງານຄູ-ອາຈານ, ວິຊາການນ້ອງນັກຮຽນ ແລະນັກຖາມ-ຕອບ ເຂົ້າຮ່ວມ.

  ການຈັດກິດຈະກຳຖາມ-ຕອບວິທະຍາສາດຄັ້ງນີ້ມີນັກຮຽນມາຈາກໂຮງຮຽນມັດທະຍົມຕອນປາຍທັງພາກລັດ ແລະເອກະຊົນພາຍໃນເທສະບານນະຄອນຫຼວງພະບາງ 7 ແຫ່ງ ເຂົ້າຮ່ວມໃນນັ້ນເອກະຊົນ 1 ແຫ່ງ, ແຕ່ລະແຫ່ງມີ 4 ຄົນ ທີ່ມາຈາກໂຮງຮຽນ ມສ ສັນຕິພາບ, ມສ ປ່ອງຄຳ, ມສ ປະຊາທິປະໄຕ, ມສ ເດັກກ່ຳພ້າ, ມສ SOS ແຮກມານໄມເນີ, ມສ ສົງ ແລະມປ ພັນຫຼວງ, ສ່ວນກິດຈະກຳຖາມ-ຕອບວິທະຍາສາດຄອມພິວເຕີພາສາອັງກິດ ແລະການປຸງແຕ່ງອາຫານຂອງສູນໄອຊີທີພະ ແນກສຶກສາທິການ ແລະ ກີລາ ແຂວງໄດ້ຈັດຂຶຶ້ນເປັນຄັ້ງທີ່ 4 ຊຶ່ງ ໃນສົກຮຽນນີ້ແມ່ນທາງໂຮງຮຽນມັດທະຍົມສົມບູນ SOS ແຮກມານ ໄມເນີຮັບກຽດເປັນເຈົ້າພາບ ແລະໃນສົກຮຽນຕໍ່ໄປແມ່ນໂຮງຮຽນມັດທະຍົມປາຍພັນຫຼວງຈະຮັບກຽດເປັນເຈົ້າພາບ,ຜ່ານການແຂ່ງຂັນຄວາມຮູ້ວິທະຍາສາດຄອມພິວເຕີ-ພາສາອັງກິດແມ່ນໂຮງຮຽນ ມສ SOS ແຮກມານໄມເນີເຈົ້າພາບໄດ້ອັນດັບ 1 ແລະ ອັນດັບ 2 ມສ ປ່ອງຄຳ, ສ່ວນ ມສ ສັນຕິ ພາບໄດ້ເປັນພຽງທີ 3 ໃນສົກນີ້ ແລະ ສຳລັບການແຂ່ງຂັນການປຸງ ແຕງອາຫານກໍ່ເຊັນດຽວກັນເປັນເຈົ້າພາບ ມສ SOS ແຮກມານ ໄມເນີເຈົ້າພາບໄດ້ອັນດັບ 1 ແລະ ອັນດັບ 2 ມສ ສັນຕິພາບ, ອັນດັບ 3 ມສ ປະຊາທິປະໄຕ.

  ສຳລັບການການຈັດກິດຈະກກຳໃນຄັ້ງນີ້ແມ່ນເພື່ອເປັນການທົດສອບຄວາມຮູ້ຄວາມສາມາດຂອງນ້ອງນັກຮຽນນັກສຶກສາຊັ້ນມັດທະຍົມປາຍ ແລະອີກດ້ານໜຶ່ງກໍ່ເພື່ອ ແນ່ໃສ່ໂຄສະນາເຜີຍແຜ່ ແລະສົ່ງເສີມນໍ້າໃຈອັນດີງາມຄວາມສາມັກຄີ-ມິດຕະພາບ ແລະເປັນການແລກປ່ຽນບົດຮຽນດ້ານຕ່າງໆຂອງນັກຮຽນຄູ-ອາຈານ ແລະໂຮງຮຽນ ຕໍ່ໂຮງຮຽນນອກນີ້ຍັງເປັນການຝຶກທັກສະໃຫ້ແກ່ນ້ອງນັກຮຽນມີຄວາມຊິນເຄີຍ,ຄ່ອງແຄ້ວໃນການຕອບຄໍາຖາມ ແລະກຽມພ້ອມ ເຂົ້າຮ່ວມການແຂ່ງຂັນໃນລະດັບຕ່າງໆເພື່ອກ້າວເຂົ້າສູ່ການສອບເສັງນັກຮຽນເກັ່ງລະດັບແຂວງ ແລະລະດັບຊາດ.

________

ໜັງສືພິມເສດຖະກິດ-ສັງຄົມ