ໂຮງຮຽນພອນສະຫວັນກີລາ-ກາຍະກໍາ ນວ ມອບອຸປະກອນການສຶກສາໃຫ້ໂຮງຮຽນເມືອງຜາໄຊ

  ໃນທ້າຍອາທິດທີ່ຜ່ານມາ ນີ້,ໂຮງຮຽນພອນສະຫວັນກີລາ-ກາຍະກໍານະຄອນຫຼວງວຽງຈັນ (ນວ) ໄດ້ນໍາເອົາອຸປະກອນການສຶກສາຈໍານວນໜຶ່ງໄປມອບໃຫ້ ໂຮງຮຽນກຸ່ມເປົ້າໝາຍທັງຊັ້ນ ປະຖົມ ແລະມັດທະຍົມທີ່ຢູ່ເຂດຫ່າງໄກສອກຫຼີກເມືອງຜາໄຊ ແຂວງຊຽງຂວາງ ຊຶ່ງນຳໂດຍ ທ່ານ ນາງ ເກດສຸດາ ເລັ່ງສະຫວັດ ຜູ້ອໍານວຍການໂຮງຮຽນ ພອນສະຫວັນພ້ອມຄະນະ, ໂດຍ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ຂອງທ່ານ ຄໍາຫຼ້າ ຈັນດາລາ ເຈົ້າ ເມືອງຜາໄຊ, ທ່ານ ສີອຳໄພ ບຸດ ດາລາທົນ ຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງຜາ ໄຊ, ມີຜູ້ບໍລິຫານໂຮງຮຽນອ້ອມ ຂ້າງ, ຄູ-ອາຈານສອນຕະຫຼອດ ຮອດນ້ອງນັກຮຽນແລະຊຸມຊົນ ເຂົ້າຮ່ວມ.

ທ່ານ ນາງ ຄໍາຫຼ້າ ເພັງສີດາລາ ຮອງຜູ້ອໍານວຍການໂຮງຮຽນກີ ລາ-ກາຍະກໍາ ໄດ້ກ່າວວ່າ: ສໍາລັບອຸປະກອນທີ່ນຳມາມອບຄັ້ງນີ້ປະກອບມີ: ປຶ້ມຂຽນຈຳນວນ 21 ມັດ, ສໍດໍາ 25 ກັບ, ບິກຂຽນ 25 ກັບ, ບັນທັດ 500 ເສັ້ນ, ເຄື່ອງນຸ່ງຊຸດກີລາຈຳນວນ 154  ຊຸດ, ບານເຕະ 42 ໜ່ວຍ, ບານສົ່ງ 15 ໜ່ວຍ,ກະຕໍ້ 36 ໜ່ວຍ,ໜ່າງບານສົ່ງ 5 ໜ່າງ, ໜ່າງກະຕໍ້ 15 ໜ່າງ, ເປຕັງ 1 ຊຸດ, ຄອມ ພີວເຕີໂນດບຸກ 1 ເຄື່ອງ, ຄອມພີວ ເຕີຕັ້ງໂຕະ 1 ຊຸດ, ປິ່ນເຕີ 2 ໜ່ວຍ,ຖົງກະເປົານັກຮຽນ 40 ໜ່ວຍ, ຄິດເປັນມູນຄ່າລວມທັງໝົດ 42 ລ້ານກ່ວາກີບ, ມອບໃຫ້ຫ້ອງການ ສຶກສາທິການ ແລະກີລາເມືອງ ແຈກຕໍ່ໃຫ້ບັນດາໂຮງຮຽນທີ່ຢູ່ເຂດ ຫ່າງໄກສອກຫຼີກ, ທຸລະກັນດານ,ຫຍຸ້ງຍາກຂາດເຂີນທັງຊັ້ນປະຖົມ ແລະມັດທະຍົມໃນທົ່ວເມືອງໄດ້ຊົມ ໃຊ້ເຂົ້າໃນຂະບວນການຮຽນ-ການສອນຕາມສະພາບເງື່ອນໄຂຄວາມ ເປັນຈິງ, ທັ້ງນີ້ກໍເພື່ອເປັນການຊຸກ ຍູ້ສົ່ງເສີມຂະບວນການສຶກສາ-ກີ ລາຢູ່ເມືອງຜາໄຊ ເວົ້າລວມເວົ້າສະເພາະຢູ່ບັນດາໂຮງຮຽນເປົ້າໝາຍ ໃຫ້ນັບມື້ໄດ້ຮັບການພັດທະນາດີຂຶ້ນ.

 ໂອກາດນີ້ທ່ານ ຄໍາຫຼ້າ ຈັນດາລາ ເຈົ້າເມືອງຜາໄຊ ໄດ້ກ່າວສະ ແດງຄວາມຂອບໃຈ ແລະຮູ້ບຸນຄຸນເປັນຢ່າງສູງຕໍ່ກັບທີມງານດັ່ງກ່າວທີ່ໄດ້ນຳເອົາອຸປະກອນການສຶກສາ ແລະກີລາມອບໃຫ້ແກ່ໂຮງຮຽນທີ່ ຢູ່ເຂດຫ່າງໄກສອກຫຼີກໃນຄັ້ງນີ້ ເປັນການປະກອບສ່ວນພັດທະນາການສຶກສາ ແລະກີລາຂອງເມືອງໃຫ້ນັບມື້ເຂັ້ມແຂງກ້າວໄປສູ່ຄຸນນະພາບ, ຂໍໃຫ້ໂຮງຮຽນທີ່ໄດ້ຮັບເຄື່ອງຊ່ວຍເຫຼືອຄັ້ງນີ້ນຳໃຊ້ໃຫ້ມັນກຸ້ມຄ່າ ແລະເກີດຜົນປະໂຫຍດສູງສຸດ.

---------

ໂດຍ: ໄຊທະວີ