ຝຶກອົບຮົມວຽກວິຊາການໃຫ້ສາທາເມືອງທ່າແຕງ-ປາກຊ່ອງ

 ວິທະຍາໄລວິທະຍາສາດສຸຂະພາບ ແຂວງຈຳປາສັກ ຈັດຊຸດຝຶກອົບຮົມວຽກງານວິຊາການໃຫ້ຫ້ອງການສາທາລະນະສຸກ ເມືອງທ່າແຕງ ແຂວງເຊກອງ ແລະເມືອງປາກຊ່ອງ ແຂວງຈຳປາສັກ ທີ່ຫ້ອງປະຊຸມໂຮງແຮມແອນນາ ໃນວັນທີ 23 ຜ່ານມາ ໂດຍມີ ທ່ານ ກໍລະກັນ ບຸດສະບາ ວ່າການຫົວໜ້າຫ້ອງການສາທາລະນະສຸກ ເມືອງທ່າແຕງ, ທ່ານ ດຣ ດວງຕາທອງ ທິມະຫາໄຊ ຮອງອຳນວຍການໂຮງໝໍເມືອງປາກຊ່ອງ,ທ່ານ ດຣ ວິໄລສັກ ຮອງອຳນວຍການວິທະຍາໄລວິທະຍາສາດສຸຂະພາບຈຳປາສັກ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ຊຸດຝຶກອົບຮົມຄັ້ງນີ້ໄດ້ຮຽນຮູ້ພາລະບົດບາດຂອງຄະນະຊີ້ນໍາລວມ,ຄູປະສານງານ,ຄູຄິຣນິກ,ຄູພາກສະໜາມ ແລະລະບຽບການຝຶກຫັດ,ແນະນໍາແຜນການເຄື່ອນ ໄຫວ, ການນິເທດ ແລະ ການປະເມີນນັກສຶກສາໃຫ້ຖືກຕ້ອງສອດຄ່ອງກັບຄູ່ມືນັກສຶກສາຫຼັກສູດຊັ້ນສູງພະຍາບານ ແລະການແພດສາຍກົງ (ຕໍ່ເນື່ອງ) ໃນສົກຮຽນ 2019-2020 ໃຫ້ປະກົດຜົນເປັນຈິງ.

  ທັງນີ້ກໍ່ເພື່ອເຮັດໃຫ້ສໍາມະນາກອນຫ້ອງການສາທາລະນະສຸກເມືອງທ່າແຕງ ແຂວງເຊກອງ ແລະເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ຮັບຮູ້ ແລະເຂົ້າໃຈຫຼາຍຂຶ້ນເພຶ່ອນຳໄປຝຶກ ແລະສ້າງໃຫ້ນັກສຶກສາທີ່ລົງມາຝຶກງານ ຫຼື ກຸ່ມເປົ້າໝາຍທີ່ກຳນົດໄວ້,ກາຍເປັນພະນັກງານທີ່ມີຄຸນນະພາບມີທັດສະນະຄຸນສົມບັດສິນທຳປະຕິວັດທີ່ດີໃນອະ ນາຄົດ, ເພື່ອສ້າງໃຫ້ນັກສຶກສາຍຶດຖືຫຼັກຈັນຍາທຳທາງການແພດ, ພະຍາບານ ແລະ ຜະດຸງຄັນໃນການສົ່ງເສີມສຸຂະພາບ, ກັນພະຍາດການຟື້ນຟູໜ້າທີ່ການ, ເພຶ່ອສ້າງຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນພາຍໃນໝູ່ຄະນະ, ພະນັກງານແພດໝໍຄູ-ອາຈານ ແລະ ພໍ່ແມ່ປະຊາຊົນທຸກຄົນ, ການຝຶກອົບຮົມຄັ້ງນີ້ມີທັງພາກທິດ ສະດີ ແລະພາກປະຕິບັດຕົວຈິງຊຶ່ງໃຊ້ເວລາໃນການຝຶກອົບຮົມ 1 ວັນ ມີນັກສຳມະນາກອນທັງໝົດ 33 ຄົນ, ຍິງ 17 ຄົນ.

-------------

ໜັງສືພິມເສດຖະກິດ-ສັງຄົມ