ແຟນໆຍີນດີກັບ ເອັມມ່າ ສໂຕນ ເຄຟ ແມັກຄາຣີ ໝັ້ນແລ້ວ

  ຖືເປັນເລື່ອງທີ່ໜ້າຍິນດີຂອງນັກສະແດງສາວເຈົ້າຂອງລາງວັນອອສກາຣ໌ຢ່າງ ເອັມມ່າ ສໂຕນ (Emma Stone) ທີ່ກຽມເປັນເຈົ້າສາວຄົນຕໍ່ໄປເພາະ ແຟນໜຸ່ມທີຄົບຫາກັນມາ 2 ປີ ເຄຟ ແມັກຄາຣີ (Dave McCary) ນັກຂຽນ  ແລະຜູ້ຈັດການລາຍການ  Saturday Night Live ໄດ້ໂພດຮູບງານໝັ້ນລົງໃນອິນຕາແກຣນຂອງທ່ານ ໂດຍໂຊແຫວນເພັດນິ້ວ ນາງຂ້າງຊ້າຍຂອງນາງເປັນທີ່ ຮຽບຮ້ອຍແລ້ວເຮັດໃຫ້ແຟນໆ ເຂົ້າມາສະແດງຄວາມຍິນດີນໍາ ຢ່າງຫຼວງຫຼາຍ.

ຊຶ່ງປະຈຸບັນມີຮູບຂອງເອັມມ່າ ສໂຕນ (Emma Stone) ແລະເຄຟ ແມັກຄາຣີ (Dave McCary) ທີ່ນິວຢອກສະຫະລັດອາເມລິກາ ຍ່າງຈັບມືສະວິດຄວງຄູ່ ກັນອອກມາຈາກສະຫຼອງງານ ແຫ່ງໜຶ່ງ ໂດຍຫຼາຍຄົນແນມໄປທີ່ ນິ້ວມືຂອງເອັມມ່າສໂຕນ (EmmaStone) ກັບແຫວນເພັດທີ່ສວຍ ງາມອາລັງການຄືເປັນຮູບທຳອິດອອກສື່ຫຼັງງານໝັ້ນຂອງທັງສອງ.

-----------------

ພາບແລະຂ່າວ: ຈາກໜັງສືພິມ ເສດຖະກີດ-ສັງຄົມ